ແຈ້ງການດ່ວນ: ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການສອບເສັງເຂົ້າ ມຊ

ເພື່ອສືບຕໍ່ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານ ພະຍາດ C0V I D- ແລະ ການຈັດຕັ້ງການຮຽນ-ການສອນ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຈຶ່ງອອກ ແຈ້ງການ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

1. ໃຫ້ທຸກພາກສ່ວນພາຍໃນ ມຊ ສືບຕໍ່ ເພີ່ ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາ ແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄໍາສັ່ງຂອງ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ ໂຄວິດ ນະຄອນຫຼວງວຽງຈັນ

ສະບັບເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021. ອອກໄປ ຕື່ມອີກ 14 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 31 ສິງຫາ – 13 ກັນຍາ 2021 ແລະ ມອບ ໃຫ້ທຸກພາກສ່ວນຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຢ່າງເຂັ້ມງວດ;

2. ໃຫ້ໂຈະການລົງທະບຽນສອບເສັງເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດ ກັບທີ່ ແລະ ການອອກບັດເຂົ້າຫ້ອງສອບເສັງ ຢູ່ສະໂມສອນໃຫຍ່ ມຊ; ສ່ວນການລົງທະບຽນສະຫມັກສອບເສັງເຂົ້າຮຽນ ມຊ ທາງອອນລາຍນັ້ນ ແມ່ນໃຫ້ສືບຕໍ່ໄດ້;

3. ເຫັນດີເລື່ອນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ໃນວັນທີ 11ກັນຍາ 2021 ອອກໄປ ຈົນກວ່າຈະມີແຈ້ງການເພີ່ມເຕີມ;

4. ໃຫ້ແຕ່ລະພາກສ່ວນຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ແຕ່ວັນຈັນ ຫາ ວັນອາທິດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ C0VI D ເປັນຕົ້ນແມ່ນ: ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ 01 ແມັດຂື້ນໄປ, ໃສ່ຜ້າປິດປາກ-ດັງ, ຫມັ່ນລ້າງມືດ້ວຍນ້ໍາສະອາດໃສ່ສະບູ ຫຼື ເຈວລ້າງມື;

5. ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຕ່າງໆ ເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງ – ກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ; 6. ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນຮູບເເບບທາງໄກ (Online) ຂອງບາງຄະນະວິຊາທີ່ເຮັດ

ໄດ້ ໂດຍໃຊ້: Facebook, OBS, Powerpoint + OBS, Google Classroom ຕາມຄວາມເຫມາະສົມ ແລ້ວລາຍງານໃຫ້ຄະນະນໍຊາບ; 7. ໃຫ້ທຸກພາກສ່ວນມີສະຕິລະວັງຕົວ ແລະ ເພີ່ມທະວີໃນການກັ່ນກອງ ບໍລິໂພກຂ່າວຢ່າງມີຄວາມຮັບຜິດຊອບ

ຈົ່ງມີຄວາມລະມັດລະວັງການລາຍງານຂ່າວ (ປອມ) ໃນສັງຄົມອອນລາຍ ສໍາຄັນທີ່ສຸດໃຫ້ຕິດຕາມຂ່າວສານ ທີ່ຫນ້າເຊື່ອຖືໄດ້ຂອງທາງການ ທາງເຟສບຸກໃຫ້ຕິດຕາມ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health , ທາງເວັບໄຊ:www.covid19.gov.la ແລະ ຫນ່ວຍ

ສະເພາະກິດ COVID-19 ຂອງກະຊວງສາທາລະນະສຸກ ແລະ ແຫຼງຂ່າວຂອງລັດຖະບານ; 8. ຄໍາສັ່ງແຈ້ງການສະບັບນີ້ ແມ່ນກວມລວມ ແຕ່ລະວິທະຍາເຂດ ແລະສາມາດປັບປຸງເພີ່ມເຕີມໃຫ້ເຂັ້ມງວດ

ກວ່າເກົ່າ ເພື່ອໃຫ້ເຫມາະສົມຕາມຄວາມເປັນຈິງຂອງແຕ່ລະວິທະຍາເຂດ. 9. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປນັບແຕ່ນັບແຕ່ວັນທີ 31 ສິງຫາ – 13ກັນຍາ 2021. ຖ້າມີການປ່ຽນແປງຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button