ແຊບ ແລະ ມີປະໂຫຍດ..!! 4 ພະຍາດຮ້າຍ ສາມາດຮັກສາໄດ້ດ້ວຍ ໝາກແຄ້ງ

ໝາກແຄ້ງປ່າ ຫຼື ໝາກເຂືອພວງ ຄົນແຕ່ລະທ້ອງຖີ່ນອາດຈະເອີ້ນບໍ່ຄືກັນ ໝາກແຄ້ງປ່າມີຢູ່ຕາມແຕ່ລະພາກ ສ່ວນຫຼາຍຄົນຈະນິຍົມເອົາໝາກແຄ້ງປ່າມາປຸງແຕ່ງເປັນອາຫານ ຫຼື

ຈະເອົາມາລວກກັບແຈ່ວກໍ່ແຊບເຊັ່ນກັນ ທາງພາກເໜືອຈະມີຫຼາຍ ລົດຊາດຈະອອກຂົມແດ່ໜ້ອຍໜື່ງຖ້າຜູ້ທີ່ມັກກໍ່ອາດຈະບໍ່ຂົມ ເຊີ່ງໝາກແຄ້ງປ່ານີ້ມີດີສາມາດຮັກສາພະຍາດຮ້າຍໄດ້ເຖີງ 4 ຊະນິດດ້ວຍກັນ ດັ່ງລຸ່ມນີ້:

1. ໂລກເບົາຫວານ: ມີການສືກສາວິໄຈພົບວ່າ ເຄື່ອງດື່ມນ້ຳໝາກແຄ້ງຫຼືໝາກເຂືອພວງສາມາດລຸດລະດັບອານຸມູນອິດສະຫຼະໃນເລືອດທີ່ເປັນໂລກເບົາຫວານໄດ້ ເຮັດໃຫ້ໄຂມັນບໍ່ດີ ແລະນ້ຳຕານໃນເລືອດລຸດລົງສະນັ້ນການທີ່ໃຫ້ຜູ້ເປັນໂລກເບົາຫວານກີນໝາກແຄ້ງລະຫວ່າງການຮັກສາຈະຊ່ວຍໄດ້ຫຼາຍເລີຍທີດຽວ

2. ໂລກຄວາມດັນເລືອດສູງແລະບັນຫາເກັດເລືອດ: ການວິໄຈໃນແຄມມະລູນພົບວ່າເມື່ອນຳໝາກແຄ້ງຫຼືໝາກເຂືອພວງມາສະກັດແລ້ວປະສົມກັບແອວກໍຮໍທົດລອງກັບໜູ ປາກົດວ່າອັດຕາການເຕັ່ນຂອງຫົວໃຈ ແລະ ຄວາມດັນເລືອດລຸດລົງ ພ້ອມຍັງສາມາດຫຍຸດການລວມຕົວຂອງເກັດເລືອດດ້ວຍ ດັ່ງນັ້ນຈຶ່ງຊ່ວຍໃຫ້ຜູ້ເປັນໂລກຄວາມດັນເລືອດສູງ ແລະ ບັນຫາເກັດເລືອດມີອາການທີ່ດີຂື້ນ

3. ອຸດົມໄປດ້ວຍສານອານຸມູນອິດສະຫຼະ: ໃນປີ ພສ 2551 ມີງານວິໄຈນຳໝາກແຄ້ງ 11 ຊະນິດໃນປະເທດຕ່າງໆມາສະກັດຫາສານອານຸມູນອິດສະຫຼະຜົນປະກົດວ່າໝາກແຄ້ງມີສານຕ້ານອານຸມູນອິດສະຫຼະຫຼາຍສົມຄວນ

4. ແຜໃນກະເພາະອາຫານ: ຜົນວິໄຈພົບວ່າໝາກແຄ້ງ ຫຼື ໝາກເຂືອພວງ ສາມາດຕ້ານການເກີດແຜໃນກະເພາະອາຫານໄດ້ເພາະໃນໝາກແຄ້ງມີສານຫຼາຍຊະນິດເຊື່ງສາມາດຕ້ານການເກີດແຜໃນກະເພາະອາຫານ ແລະ ຄວາມຄຽດໄດ້

Leave a Reply

Your email address will not be published. Required fields are marked *

Back to top button