ຄວນອ່ານໃຫ້ຮູ້!.. ການນຳໃຊ້ປະໂຫຍດຈາກນ້ຳມ່າເຂົ້າ

ນໍ້າມ່າເຂົ້າມີວິຕາມິນ B2 ຊ່ວຍປ້ອງກັນການອຸດຕັນຂອງເສັ້ນເລືອດ ແລະ ກຳຈັດໄຂມັນອີ່ມຕົວໃນເສັ້ນເລືອດໄດ້ ເຊິ່ງການນຳໃຊ້ນໍ້າມ່າເຂົ້າແມ່ນຈະໃຊ້ນໍ້າທີສອງ ເນື່ອງຈາກນໍ້າທີໜຶ່ງເປັນນໍ້າທີ່ມີເສດຝຸ່ນຕ່າງໆປະປົນຢູ່. ການນຳໃຊ້ນໍ້າມ່າເຂົ້າໃຫ້ຖືກວິທີ ມີຄຸນປະໄຫຍດດັ່ງນີ້:

ໃຊ້ລ້າງຜັກ ແລະ ໝາກໄມ້

ນ້ຳມ່າເຂົ້າສາມາດຊ່ວຍໃຫ້ຜັກ ແລະ ໝາກໄມ້ມີຄວາມສະອາດຫຼາຍຂຶ້ນ ເຊິ່ງເຮົາຈະນຳໝາກໄມ້ມາລ້າງນໍ້າໃຫ້ສະອາດ ແລ້ວຈຶ່ງນຳມາແຊ່ນ້ຳມ່າເຂົ້າປະມານ 10-15 ນາທີ ຫຼັງຈາກນັ້ນກໍນຳມາລ້າງດ້ວຍນ້ຳສະອາດອີກເທື່ອໜຶ່ງ ວິທີນີ້ຈະຊ່ວຍກຳຈັດສານເຄມີທີ່ມີໃນຜັກ ແລະ ໝາກໄມ້ໃຫ້ໜ້ອຍລົງໄດ້.

ໃຊ້ສະ ແລະ ນວດຜົມ

ຫຼັງຈາກທີ່ເຮົາສະຜົມດ້ວຍນ້ຳຢາສະຜົມແລ້ວແມ່ນໃຫ້ໃຊ້ນ້ຳມ່າເຂົ້າລ້າງອອກ ພ້ອມກັບນວດຜົມ ແລະ ໜັງຫົວໄປພ້ອມກັນ ຫຼັງຈາກນັ້ນຈຶ່ງໃຊ້ນ້ຳລ້າງອອກໃຫ້ສະອາດອີີກເທື່ຶອໜຶ່ງ ຫາກປະຕິບັດຕາມນີ້້ປະມານ 1-2 ຄັ້ງ ຈະຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ ແລະ ມີນ້ຳໜັກ. ສຳລັບການນວດແມ່ນໃຫ້ນຳມານວດຜົມແລ້ວປະໄວ້ປະມານ 10 ນາທີ ແລ້ວຈຶ່ງລ້າງອອກດ້ວຍນ້ຳສະອາດ.

ໃຊ້ບຳລຸງຜິວໜ້າ 

ຫຼັງຈາກທີ່ກຽມນ້ຳມ່າເຂົ້າແລ້ວແມ່ນໃຫ້ໃຊ້ສຳລີຈຸ່ມລົງນ້ຳມ່າເຂົ້າແລ້ວນຳມາເຊັດໃຫ້ທົ່ວໃບໜ້າ ຫຼັງຈາກນັ້ນໃຊ້ເຈ້ຍອານາໄມທີ່ຂ້ອນຂ້າງໜາ (ທີດຊູ່) ມາຕິດໃສ່ໃບໜ້າໃຫ້ທົ່ວແລ້ວປະໄວ້ປະມານ 20 ນາທີ ຈຶ່ງລ້າງອອກດ້ວຍນ້ຳສະອາດ ວິທີນີ້ຈະຊ່ວຍໃຫ້ຜິວໜ້າອ່ອນນຸ້ມຂຶ້ນ.

ໃຊ້ບຳລຸງຜິວມື

ວິທີນີ້ພຽງແຕ່ນ້ຳເອົານ້ຳມ່າເຂົ້າມາບັນຈຸໃນພາຊະນະທີ່ເໝາະສົມ ແລ້ວເອົາມືແຊ່ປະມານ 10 ນາທີ ຫາກເຮັດເປັນປະຈຳຈະຊ່ວຍໃຫ້ມືອ່ອນນຸ້ມ, ຂາວໃສຂຶ້ນ.

ໃຊ້ບຳລຸງຕົ້ນໄມ້ໃຫ້ຈະເລີນເຕີບໂຕ

ໃນນ້ຳມ່າເຂົ້າຈະມີສານອາຫານເປັນຈຳນວນຫຼາຍ ຫາກເຮົານຳໄປຫົດຕົ້ນໄມ້ເປັນປະຈຳກໍຈະຊ່ວຍໃຫ້ໃບ ແລະ ດອກ ຂອງມັນສາມາດຈະເລີນເຕີບໂຕງອກງາມໄດ້ໄວຂຶ້ນ. ອີກວິທີໜຶ່ງຄືການນຳເອົານ້ຳມ່າເຂົ້າໄປເຮັດເປັນນ້ຳໝັກຊີວະພາບເພື່ອບຳລຸງພືດກໍໄດ້.

ໃຊ້ລ້າງຖ້ວຍ

ເຮົາສາມາດນຳເອົານ້ຳມ່າເຂົ້າໄປລ້າງພາຊະນະຕ່າງໆບໍ່ວ່າຈະເປັນຖ້ວຍ, ບ່ວງ, ຈານ ແລະ ອື່ນໆໄດ້ ມັນຈະຊ່ວຍກຳຈັດໄຂມັນ, ກິ່ນຄາວ ໃຫ້ໝົດໄປໄດ້.

ໃຊ້ຊັກຜ້າຂາວ

ເຮົາສາມາດນຳໃຊ້ນ້ຳມ່າເຂົ້າມາຊ່ວຍເຮັດໃຫ້ກັບມາຂາວອີກເທື່ອໜຶ່ງດ້ວຍການນຳຜ້າທີ່ຕ້ອງການຊັກມາແຊ່ໃນນ້ຳມ່າເຂົ້າປະມານ 3-5  ມື້ ໂດຍການປ່ຽນນ້ຳມ່າເຂົ້າທຸກໆມື້ ຫຼັງຈາກນັັ້ນໃຫ້ນຳເຄື່ອງໄປຊັກປົກກະຕິ ວິທີນີ້ຈະຊ່ວຍໃຫ້ຜ້າຂາວຂຶ້ນ.

Leave a Reply

Your email address will not be published. Required fields are marked *

Back to top button