ເຫດຜົນທີ່ແລ່ນລະດົມທືນ ຈາກ ນະຄອນຫລວງວຽງຈັນ – ຫລວງພະບາງ

ນີ້ແມ່ນບົດສຳພາດຂອງນັກແລ່ນຈາກ Team We Run ທ່ານ ອິນທິ ເດືອນສະຫວັນ ທີ່ຈະ ແລ່ນ 385km Vientiane- Luangprabang Run For Children

ກ່ຽວກັບກິດຈະກຳແລ່ນ ເພື່ອການກຸສົນ

ທຸກໆປີ ເລີ່ມຕັ້ງແຕ່ປິ 2014 ທີມວີລັນ ໄດ້ຈັດໃຫ້ມີການແລ່ນ ການກຸສົນ ເພື່ອລະດົມທືນ ເຂົ້າກອງທືນ ຂອງໂຮງໝໍເພື່ອນລາວ ສຳລັບເດັກນ້ອຍ ແຂວງຫລວງພະບາງ.

ໃນເດືອນຕຸລາ ທີ່ຈະມາເຖິງນີ້ ນັກແລ່ນຈາກທີມວີລັນ ຈະໄດ້ສືບຕໍ່ ພາລະກິດ ແລ່ນ 385 ກມ ວຽງຈັນ-ຫລວງພະບາງ ເພື່ອລະດົມທືນເຂົ້າກອງທືນຂອງໂຮງໝໍເດັກດັ່ງກ່າວ.

ເປັນຫຍັງຈື່ງລະດົມທືນຊ່ວຍໂຮງໝໍເດັກດັ່ງກ່າວ ?

ກໍ່ຍ້ອນວ່າ ໂຮງໝໍ ເດັກເພື່ອນລາວ ໄດ້ໃຫ້ການປີ່ນປົວເດັກນ້ອຍ ແຂວງ ຫລວງພະບາງ ແລະ ບັນດາແຂວງພາກເໜືອ ຂອງລາວເຮົາ ໂດຍບໍ່ເສຍຄ່າໃຊ້ຈ່າຍໄດໆ.

ຊື່ງປີນີ້ ພວກເຮົາຕັ້ງເປົ້າໄວ້ທີ່ 900,000,000 ກີບ

ນັກແລ່ນມີໃຜແນ່?

ນັກແລ່ນຫລັກ ລວມມີ 4 ທ່ານ

1.) ທ່ານ ມາຊາອາກິ ຄາວາບາຕະ ( ຍີ່ປຸ່ນ)

2.) ທ່ານ ນິມານ ພັນປະເສີດ (ລາວ)

3.) ທ່ານ ແດນເນວ ໂອເຊ ( ເຍຍລະມັນ ) ແລະ

4.) ທ່ານ ໄລອັ້ນ ຄາຄາຢານ ( ຟີລິປິນ )

ນອກນັ້ນ ຍັງມີນັກແລ່ນ ອີກຫລາຍທ່ານຮ່ວມແລ່ນໃຫ້ກຳລັງໃຈ ແລະຍັງມີທີມງານຕິດຕາມນຳອີກ. ທີມແລ່ນແມ່ນມີທັງຄົນລາວເຮົາ ແລະຕ່າງປະເທດທີ່ເຮັດວຽກຢູ່ລາວເຮົາ ທີ່ມີມຸ້ງໝັ້ນໃນການແລ່ນ ແລະເຕັມໃຈ ທີ່ຈະຮັບພາລະກິດ ແລ່ນ ວຽງຈັນ -ຫລວງພະບາງ ເພື່ອເດັກນ້ອຍລາວເຮົາຈະໄດ້ເຂົ້າເຖິງການປີ່ນປົວທີ່ມີປະສິດທິພາບ.

ນັກແລ່ນທຸກຄົນກຳລັງ ຂຸ້ນຂ້ຽວໃນການຝຶກຊ້ອມ ກຽມຄວາມພ້ອມຂອງຮ່າງການ ເພື່ອງານນີ້. ສະນັ້ນ, ເຊີນຊວນໝູ່ເພື່ອນອ້າຍເອື້ອຍນ້ອງທຸກຄົນຮ່ວມບໍລິຈາກນຳກັນຮ່ວມບໍລິຈາກ-ຜ່ານ QR code ໃນໂພສເຕີ້ກ້ອງຄອມເມັ້ນ ຫລື ໂອນເຂົ້າບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL)

ຊື່ບັນຊີ: Events for Good ( EFG) (ອີເວັ້ນຟໍກູດ)

ບັນຊີເງີນ(ກີບ): 1041100102783

ບັນຊີເງີນ(ໂດລາ):010110101140755001

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button