ພໍ່ຄືເທວາດາຂອງລູກ ສາວຍອດກະຕັນຍູ ເຜີຍຄວາມໃນໃຈ ເຖິງພໍ່ສະຕິບໍ່ດີ ນາງກໍ່ຈະດູແລຕະຫຼອດໄປ

ເລື່ອງລາວທີ່ເຄີຍຖືກໂພສແຊຣ໌ກັນມາຫຼາຍໃນໂຊຊ່ຽວມິເດຍ ມາແລ້ວເມື່ອ 3 ປີກ່ອນ ວັນນີ້ຂ້າພະເຈົ້າກໍ່ໄດ້ນຳກັບມາໃຫ້ຜູ້ອ່ານໄດ້ອ່ານອີກຄັ້ງ.

ສຳລັບໂພສຂອງຜູ້ໃຊ້ເຟສບຸກຊື່ວ່າ “กวางน้อย” ທີ່ເຄີຍອອກມາເຜີຍແຜພາບມີຍິງສາວຄົນໜຶ່ງທີ່ຖ່າຍຮູບກັບຜູ້ເປັນພໍ່ຂອງລາວ ທີ່ມີສະຕິບໍ່ດີໂດຍນາງໄດ້ບອກວ່າ ຂ້ອຍບໍ່ເຄີຍລັງກຽດພໍ່ ແລະ ບໍ່ເຄີຍຮູ້ສຶກອາບອາຍທີ່ມີພໍ່ສະຕິບໍ່ດີ, ບໍ່ຄືກັບພໍ່ຄົນອື່ນໆ,

..

..

ຂ້ອຍຮູ້ສຶກຮັກພໍ່ຫຼາຍແລະດີໃຈທີ່ມີຜູ້ຊາຍຄົນນີ້ເປັນ ພໍ່ , ໂດຍໂພສດັ່ງກ່າວໄດ້ແນບຮູບພາບຄູ່ພໍ່ລູກສຸດໜ້າຮັກໂດຍເປັນຮູບລູກສາວທີ່ກຳລັງຫອມແລະກອດພໍ່ຂອງນາງ ພ້ອມກັບລະບຸຂໍ້ມູນວ່າ “ບໍ່ເຄີຍອາຍທີ່ມີພໍ່ແບບນີ້ ຮັກພໍ່ທີ່ສຸດໃນໂລກ”ບໍ່ວ່າທ່ານຈະມີພາບເປັນເຊັ່ນໃດກໍ່ຕາມ ”

ຕໍ່ມາຍິງສາວຄົນໃນພາບກໍ່ໄດ້ອັບເດດເລື່ອງລາວເພີ່ມເຕີມ ບອກວ່າ:ຜູ້ທີ່ຮູ້ຈັກບຸນຄຸນ ແລະ ເຄົາລົບພໍ່ແມ່ບໍ່ວ່າຈະເປັນແນວໃດ ແຕ່ສຸດທ້າຍທ່ານກໍ່ຄືຄົນທີ່ເກີດເຮົາມາ ແລະ ເປັນຄົນທີ່ດູແລ ລ້ຽງດູເຮົາມາຢ່າງດີ

..

..

ຈົນເຮົາເຕີບໃຫຍ່ ສາມາດດູແລຕົນເອງໄດ້ ຄືທຸກວັນນີ້ເມື່ອບໍ່ດົນມານີ້ເລື່ອງລາວຂອງນາງກໍ່ໄດ້ຖືກນຳກັບມາເວົ້າເຖິງອີກຫຼັງຈາກທີ່ທາງແຟນແພສເຟສບຸກໃຫ້ຄວາມຮັກ ຄວາມອົບອຸ່ນນາງຕະຫຼອດມາ

ແຕ່ເມື່ອພໍ່ເປັນແບບນີ້ ເຮົາຈະຄ່ອຍດູແລພໍ່ ຄອຍເປັນຫ່ວງເປັນໄຍ ໃຫ້ຄວາມຮັກ ຄວາມອົບອຸ່ນໃຫ້ພໍ່ ຕະຫຼອດໄປ!ຂ້າພະເຈົ້າຂໍຂອບໃຈນາງ ແລະ ຂໍອະນຸຍາດນຳເອົາເລື່ອງຂອງນາງມາເລົ່າ​ເລື່ອງ​ຕໍ່ ເພື່ອ​ເປັນ​ຂະຕິເຕືອນ​ໃຈ.

Leave a Reply

Your email address will not be published. Required fields are marked *

Back to top button