ຮູ້ໄວ້ໄດ້ປະໂຫຍດ..!! ສັບພະຄຸນຫຼາກຫຼາຍຂອງ ໂສມຜັກກາດ ຮັກສາໂລກຮ້າຍໄດ້

ໂສມຜັກກາດ: ໃບປົວຕານເຕັນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜື່ນຄັນຕາມຜີວໜັງ ແມ່ນເກັບເອົາໃບສົດ 6–7 ໃບ ມາລ້າງໃຫ້ສະອາດນຳໄປຕາກແດດ.

ນຳໄປຕຳໃຫ້ແຫຼກແລ້ວປັ້ນເອົານ້ຳທາຕາມບໍລິເວນທີ່ເປັນ ຫຼື ໂພະໃສ່ເລີຍກໍ່ໄດ້. ຮາກໂສມຜັກກາດໃຊ້ປົວໄຂ້ໂດຍການຫຼົກເອົາຮາກ 4–5 ຮາກມາລ້າງນ້ຳໃຫ້ສະອາດ,

ຫົວມີສັບພະຄຸນເປັນຢາຮັກສາແຜອັກເສບ ແລະ ຮັກສາມົດລູກຂອງຜູ້ຍີງ. ຖ້ານຳມາບົດໃຫ້ເປັນຜົງຊົງກັບນ້ຳຊາໃຫ້ຜູ້ຍີງຫຼັງຄອດຈະຊ່ວຍຂັບປະຈຳເດືອນໄດ້ດ້ວຍ. ໂສມຜັກກາດສາມາດເກັບໄດ້ຕະຫຼອດປີ.

ໂສມຜັກກາດ: ຈັດເປັນພືດລົ້ມລຸກເລືອໄປຕາມພື້ນດິນ, ລຳຕົ້ນຕັ້ງຊື່, ສູງປະມານ 10–30 ຊັງຕີແມັດ, ລຳຕົ້ນອວບນ້ຳ, ມີຫົວຢູ່ໃຕ້ດິນ, ຮາກເນື້ອນຸ່ມອ່ອນ, ເປືອກຮາກເປັນສີເຫຼືອງ, ຊຸ່ມນ້ຳ, ເນື້ອໃນເປັນສີຂາວ,

ຍອດອ່ອນມີຂົນສີຂາວ, ຂະຫຍາຍພັນໂດຍໃຊ້ເມັດ ແລະ ວິທີການແຍກໜໍ່. ຂຶ້ນໄດ້ໃນດິນທົ່ວໄປ. ແຕ່ຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ມີຄວາມອຸດົມສົມບູນ, ມັກຄວາມຊຸ່ມປານກາງ ແລະ ແສງແດດແບບເຕັມວັນ.

ໃບ: ເປັນໃບດ່ຽວອອກຮຽງສະຫຼັກ. ລັກສະນະຂອງໃບເປັນຮູບໃບຫອກ, ປາຍໃບມົນ, ໂຄນໃບແຫຼມ. ສ່ວນຂອບໃບຢັກຫ່າງໆ. ໃບມີຂະໜາດກວ້າງປະມານ 2,5–8 ຊັງຕີແມັດ ແລະ ຍາວປະມານ 6–30 ຊັງຕີແມັດ.

ໃບແຜ່ອອກຢູ່ເທີງພື້ນດິນ, ແຜ່ນໃບໜາ ແລະ ແຂງ, ຜີວໃບດ້ານເທີງເປັນສີຂຽວເຂັ້ມປົນສີນ້ຳຕານອົມມ່ວງ, ເສັ້ນໃບເປັນສີຂຽວອ່ອນຕັດກັບສີພື້ນໃບ, ມີຂົນສັ້ນປົກຄຸມຢູ່ທົ່ວໄປ ແລະ ຜີວໃບດ້ານລຸ່ມມີສີຂຽວ, ສ່ວນໃບອ່ອນເປັນສີມ່ວງແກ່. ກ້ານໃບສັ້ນເມື່ອແກ່ແລ້ວຈະປ່ຽນຈາກສີມ່ວງເປັນສີຂາວ.

ດອກ: ອອກດອກເປັນຊໍ່ທີ່ປາຍຍອດ, ກ້ານຊໍ່ດອກຍາວປະມານ 30 ຊັງຕີແມັດ ແທງຂຶ້ນຈາກພື້ນດິນ, ດອກຍ່ອຍເປັນສີສົ້ມເຫຼືອງມີໜາມນ້ອຍ.

ດອກເປັນຮູບຊົງກະບອກ ລັກສະນະເປັນຝອຍຄ້າຍດອກດາວເຮືອງແຕ່ມີຂະໜາດນ້ອຍ.

ໝາກ: ເປັນໝາກແຫ້ງບໍ່ແຕກ, ເມັດລີບປາຍມີຂົນ.

ທີ່ມາ: phakhaolao.la

Leave a Reply

Your email address will not be published. Required fields are marked *

Back to top button