ລູກສາວລວຍຂ້າມຄືນ ຈາກພໍ່ ພໍ່ບອກເລກເດັດໃຫ້ກ່ອນເສຍຊີວິດ

ສາວ​ໄວ 36 ປີ ອາ​ຊີ​ບຣັບ​ເໝົາ​ກໍ່​ສ້າງ​ທີ່​ລົບ​ບຸ​ຣີ ໄດ້​ເລກ​ເດັດ​ຈາກ​ຄຸນ​ຕາຫລືພໍ່ຕາ​ກ່ອນ​ເສຍຊີວິດ ໃຫ້​ເລກ 789 ລູກເຝົ້າ​ຊື້​ມາ 4 ງວດ ລ່າ​ສຸດ ຖືກ 9 ໃບ 54 ລ້ານ ໂດຍ​ຊື້​ຈາກ​ກອງ​ສ​ະລາກ​ພລັດ 8 ໃບ ແລະ​ຊື້​ກັບ​ນ້ອງ​ສາວ​ອີກ 1 ໃບ

,

ນ.ສ.ສິ​ຣິ​ດາວ ເລົ່າ​ວ່າ ຕົນເອງ ໄດ້​ເລກ​ເດັດ​ທີ່ຄຸນຕາ​ໃຫ້ກ່ອນ​ທີ່​ທ່ານ​ຈະ​ຈາກ​ໄປ​ເມື່ອ​ຕົ້ນ​ເດືອນ​ຕຸລາ​ທີ່​ຜ່ານມາ ໂດຍ​ໄດ້​ ນາງ ໄດ້ຖາມຄຸນຕາ​ວ່າ​ຫວຍ​ອອກ​ຫຍັງ. ຄຸນຕາຕອບວ່າ

ຄຸນ​ຕາ ບອກ​ວ່າ 789 . ນາງເລີຍ​ຊອກຊື້​ເລກ​ທ້າຍ 789 ເລື່ອຍ​ໆມາ​ເປັນ​ເວລາ 3 ງວດ ຈົນກະທັ້ງ​ມາງ​ວດ​ນີ້ 16 ພະຈິກ 2022. ໄດ້​ຊື້​ລອດ​ເຕີ​ຣີ່​ກັບ​ກອງ​ສ​ລາກ​ພລັດ ໂດຍ​ເນັ້ນ​ເລກ​ທ້າຍ 789 ແຕ່​ມີ​ຫວຍ​ຊຸດ ຈຶ່ງ​ຊື້​ໄວ້​ຈຳນວນ 8 ໃບ ແລະ​ ເຫັນ​ວ່າ​ນ້ອງ​ສາວ​ຊຶ່ງ​ຂາຍ​ລອດ​ເຕີ​ຣີ່ ມີ​ເລກ​ທ້າຍ 789 ຈຶ່ງ​ຊື້​ໄວ້​ອີກ 1 ໃບ

,

ເມື່ອ​ລອດ​ເຕີ​ຣີ່​ອອກ​ລາງ​ວັນ​ເມື່ອ​ວານ​ນີ້​ກໍ​ບັງ​ບໍ່​ໄດ້​ກວດ ແຕ່​ທາງ​ກອງ​ສະ​ລາກ​ພລັດ​ໂທ​ມາ​ບອກ​ວ່າ ຖືກ​ລາງ​ວັນ​ທີ່ 1 ຈຳນວນ 8 ໃບ ເປັນ​ເງີນ​ຈຳນວນ 48 ລ້ານ​ບາດ ເຮັດໃຫ້ນາງ ​ອຶ້ງ ງົງ ຫູ​ອື້​ໄປ​ພັກ​ໜຶ່ງ ຈຶ່ງ​ໄດ້​ດີ​ໃຈ​ບອກ​ກັບ​ພໍ່​ແລະ​ແຟນ

ແລ້ວນາງຈື່ງເອົານຳ​ລອດ​ເຕີ​ຣີ່​ທີ່​ຊື້​ໄວ້​ອີກ​ໃບ​ທີ່ຊື້ມາຈາກນ້ອງສາວ ມາ​ກວດເບີ່ງ ອ້າວໃບ​ນີ້​ກໍ​ຖືກ​ລາງ​ວັນ​ທີ່ 1 ຄືກັນ​ແລະ​ ຄອບຄົວພາ​ກັນ​ອຶ້ງດີໃຈສັ່ນຫມົດທຸກຄົນ. ​ ຊຶ່ງ​ນັບ​ວ່າ​ເປັນ​ໂຊກ​ແທ້ໆ ຈາກລາງວັນໃຫຍ່ໃນງວດນີ້. ສ່ວນ​ເງີນ​ທີ່​ໄດ້​ມາ​ນີ້​ຕອນ​ນີ້​ຍັງ​ບໍ່​ຮູ້​ຈະ​ນຳ​ໄປ​ເຮັດ​ຫຍັງ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button