ຕິດໂຄວິດ 3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດໄປຮັບ
ມີຜູ້ໃຊ້ ເຟສບຸກ ທ່ານຫນື່ງ: Pern Intheasone Sotthachith ໄດ້ໂພສວ່າ : ຕິດໂຄວິດ 3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດໄປຮັບ
3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດມາຮັບເອົາ…ຕ້ອງເຮັດແບບໃດນິ…ສິຕິດເຊື້ອກັນຫມົດບ້ານແລ້ວ…
ໂທຈົນບໍ່ຮູ້ສິໂທຫາໃຜແລ້ວ…ໃຜຮູ້ວິທີພົວພັນແນະນຳແດ່ ນ້ອງຂ້ອຍລາວເມື່ອຍ ລາວຫາຍໃຈບໍ່ສະດວກ ມີທັງເດັກນ້ອຍ ທັງຜູ້ເຖົ້າ ຢູ່ນຳກັນຫມົດນີ້
ໃຜພໍຮູ້ຈັກເບີສະເພາະກິດບໍ ທີ່ຕິດຕໍ່ແລ້ວຕິດຕໍ່ໄດ້ແທ້ ຢາກໃຫ້ຊ່ວຍນ້ອງເອື້ອຍເປີ້ນລາວຕິດໂຄວິດຜົນອອກໄດ້3ມື້ແລ້ວ ແຕ່ຍັງບໍ່ມີຫນ່ວຍງານໃດເຂົ້າໄປຊ່ວຍເລີີຍ
ອາການກະຂ້ອນຂ້າງຫນັກລາວຫາຍໃຈບໍ່ສະດວກ ອອກໄປໃສບໍໄດ້ເຂົ້າຈະກິນກະບໍ່ມີ ຢູ່ນຳກັນຫມົດເຮືອນຈັກເດັກນ້ອຍຈັກຜູ້ເຖົ້າ ໃຜພໍມີເບີຕິດຕໍ່ກະຂໍຄວາມຊ່ວຍເຫຼືອແດ່ນະຄອນຫຼວງ ສູ້ໆອົດທົນ
ອັບແດດຫລ້າສຸດ ມີຫນ່ວຍງານໄປຮັບແລ້ວເດີ
ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້ ຂອບໃຈທຸກຄົນທີ່ປະສານງານໃຫ້ ຂອບໃຈທີ່ບໍ່ຖິ້ມກັນຄົນຢູ່ໃນບ້ານຖ້າຜົນກວດໂຕໃຫມ່ຢູ່ເດີ້…
ຂໍໃຫ້ທຸກຄົນລ້ຳລວຍ ພອນໃດປະເສີດໃຫ້ເກີດກັບທ່ານທຸກຄົນເດີ້…ຂອບໃຈຈາກໃຈ
ຊົມຄລີບ