ແຈ້ງດ່ວນ! ນວ ແຈ້ງ ລະດົມເງີນ ນຳ ຄູ-ອາຈານ ຄົນລະ 10.000 ກີບ ຊຸກຍູ້ ທັບກິລາ ນະຄອນຫຼວງວຽງຈັນ
ພະນັກງານ, ຄູ-ອາຈານ ຄົນລະ 10.000 ກີບ ຊຸກຍູ້ ທັບກິລາ ນະຄອນຫຼວງວຽງຈັນ. ສ່ວນນັກຮຽນແລະຜູ້ປົກຄອງແມ່ນຕາມຄວາມສະໝັກໃຈ…
ແຂວງອື່ນໆກໍ່ເກັບບໍ່ພີ່ນ້ອງ?
ຫນັງສືແຈ້ງການ ເຖິງ : ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ ນະຄອນຫຼວງວຽງຈັນ
• ທ່ານ ຜູ້ອໍານວຍການໂຮງຮຽນພາກລັດ ແລະ ພາກເອກະຊົນ ພາຍນະຄອນຫຼວງວຽງຈັນ
• ທ່ານ ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນຫຼວງວຽງຈັນ
ເລື່ອງ : ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີ 2022
• ອິງຕາມ ຂໍ້ຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 835/ຈນວ, ລົງວັນທີ 4/10/2022
• ອິງຕາມ ຫນັງສືແຈ້ງການເຊິນຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ສະບັບເລກທີ 11/ຄຈກຊ.XI, ລົງວັນທີ 31 ສິງຫາ 2022
ອິງຕາມ ບົດບັນທຶກຂອງກອງປະຊຸມຄົບຄະນະຮັບຜິດຊອບນໍາພາທັບນັກກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ຕຸລາ 2022 – ອີງຕາມ ມະຕິຕົກລົງກອງປະຊຸມສ່ອງແສງຜູ້ອໍານວຍການໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ; ຄັ້ງວັນທີ 02 ພະຈິກ 2022
ເພື່ອ ຮັບປະກັນໃຫ້ການເຂົ້າຮ່ວມແຂ່ງຂັນກິລາໃນງານຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ການມີສ່ວນຮ່ວມຂອງຂະ ແຫນງສຶກສາ ແລະ ກິລານະຄອນຫຼວງວຽງຈັນ ໃນການເສຍສະຫຼະທຶນຮອນໃຫ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນສໍາເລັດ ເປັນເຈົ້າຫຼຽນຄໍາ
່ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອ :ນໍາໄປ ແຈ້ງພະນັກງານ-ຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ລວມທັງຜູ້ປົກຄອງນັກຮຽນທີ່ເປັນຄູ ອາຈານ ແລະ ຜູ້ປົກຄອງຈາກອົງການຈັດຕັ້ງຂັ້ນຕ່າງໆ
ທຸກພາກສ່ວນເຂົ້າໃຈຢ່າງທົ່ວເຖິງ ກ່ຽວກັບການປະກອບສ່ວນຊຸກຍູ້ ທຶນຮອນໃນການມີສ່ວນຮ່ວມທຶນຮອນ ຮັບໃຊ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ໃນການເຂົ້າຮ່ວມງານມະຫາ ກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ (ເປັນເຈົ້າພາບ) ທ້າຍປີ 2012 ເຊິ່ງມີລາຍລະອຽດດັ່ງນີ້:
– ລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ
• ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ
– ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ
• ສໍາລັບການມອບການຊຸກຍູ້ແມ່ນມອບໃຫ້ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ
ດັ່ງນັ້ນ, ຈຶ່ງໄດ້ເຮັດແຈ້ງການສະບັບນີ້ມາຍັງທ່ານໄດ້ຮັບຊາບ ແລະ ພ້ອມກັນຮ່ວມມື ສະຫນັບສະຫນູນງານດັ່ງກ່າວ ໃຫ້ໄດ້ຮັບຫມາກຜົນຢ່າງຈົບງາມ.