ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນ ໄປປະກວດ ຊາຍງາມ – ຍິງງາມ

ນທ້າຍປີນີ້ ເຮົາຈະໄດ້ເຫັນອີກໜຶ່ງບາດກ້າວໃໝ່ຂອງລາວໃນເວທີປະກວດນາງງາມ-ຊາຍງາມ ເຊິ່ງທີ່ຜ່ານມາເຮົາມັກຈະເຫັນແຕ່ເວທີສຳລັບບຸກຄົນທົ່ວໄປ ແຕ່ສຳລັບເວທີປະກວດສຳລັບຜູ້ບົກຜ່ອງທາງການໄດ້ຍິນ ຫຼື ຫູໜວກນັ້ນ ຖືວ່າເປັນສິ່ງທີ່ໃໝ່ສຳລັບຫຼາຍໆຄົນ ແລະ ທີມງານພວກເຮົາເອງ.

,,

ໂດຍໃນຕອນບ່າຍຂອງວັນທີ 14 ພະຈິກ 2022 ນັ້ນ ໄດ້ມີການຖະແຫຼງຂ່າວກ່ຽວກັບການສົ່ງຕົວແທນຈາກປະເທດລາວເຂົ້າຮ່ວມການປະກວດ Miss and Mister Deaf Universum ຢູ່ທີ່ບາງກອກ ປະເທດໄທ ເຊິ່ງຕົວແທນຈາກລາວແມ່ນ ນາງ ສາວິຕີ ຂັນທະວົງ ແລະ ທ້າວ ໄຊສະໝອນ ມູນຊົມພູ ນັ້ນເອງ.

ພາຍໃນງານຖະແຫຼງຂ່າວ ທັງສອງຄົນເຊິ່ງມາໃນຊຸດລາວ ໄດ້ສະແດງຄວາມສາມາດໃນການຟ້ອນປະກອບເພງ “ສຽງແຄນລາວ” ເຊິ່ງເຖິງວ່າທັງສອງຈະບໍ່ໄດ້ຍິນສຽງດົນຕີທີ່ເປີດຢູ່ ແຕ່ກໍສາມາດຟ້ອນເຂົ້າກັບຈັງຫວະເພງໄດ້ເປັນຢ່າງດີ ເຊິ່ງນີ້ເປັນຜົນຈາກການຊ້ອມຢ່າງໜັກກ່ອນທີ່ຈະອອກມາເປັນການສະແດງທີ່ສວຍງາມນີ້.

ສາວິຕີ ແລະ ໄຊສະໝອນ ຈະໄດ້ເດີນທາງໃນວັນທີ 27 ພະຈິກ ນີ້ ໂດຍມື້ປະກວດຮອບຕັດສິນແມ່ນວັນທີ 3 ພະຈິກ 2022 ໂດຍມີ 25 ປະເທດເຂົ້າຮ່ວມ.

ເວທີ Miss and Mister Deaf Universum ແມ່ນພື້ນທີ່ສຳລັບສ້າງຄວາມຮັບຮູ້ຜ່ານກິດຈະກຳຕ່າງໆທີ່ຫຼາກຫຼາຍກ່ຽວກັບຄວາມຄອບຄຸມທາງສັງຄົມ (Social inclusion) ໂດຍອີງໃສ່ຂໍ້ຕົກລງຂອງສະຫະປະຊາຊາດເຊິ່ງມີເປົ້າໝາຍເພື່ອສົ່ງເສີມ, ປ້ອງກັນ ແລະ ຮັບປະກັນສິດທິດມະນຸດທັງໝົດ ແລະ

ສິດທິພື້ນຖານ ລວມທັງເສລີພາບຂອງຜູ້ພິການທາງການໄດ້ຍິນຢ່າງເຕັມທີ່ ແລະ ທ່ຽງທຳ. ພ້ອມນີ້ກໍສົ່ງເສີມການເຄົາລົບກຽດຂອງພວກເຂົາໂດຍການກ້າວຂ້າມອຸປະສັກທີ່ກີດຂວາງການມີສ່ວນຮ່ວມຢ່າງເຕັມທີ່ ແລະ ມີປະສິດທິພາບຂອງພວກເຂົາໃນສັງຄົມ ໂດຍອີງໃສ່ພື້ນຖານຄວາມເທົ່າທຽມກັບຄົນອື່ນໆ.

ທີ່ມາ: Laoyouth FM90

Leave a Reply

Your email address will not be published. Required fields are marked *

Back to top button