ອຸບັດຕິເຫດລົດບັນທຸກນ້ຳມັນ ຕຳຂົວຂ້າມທາງລົດໄຟ ເມັກຊິໂກ
ເກີດໄຟໄໝ້ຄັ້ງໃຫຍ່ໄດ້ປົກຄຸມເມືອງ Aguascalientes. ພາກກາງຂອງເມັກຊິໂກ ພາຍຫຼັງລົດບັນທຸກນ້ຳມັນ ຕຳກັບຂົວຂ້າມທາງລົດໄຟຂົນສົ່ງສິນຄ້າ
ໃນຕອນບ່າຍຂອງວັນທີ 20.10.2022, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ 120 ກວ່າຫຼັງ, ລົດໃຫຍ່ 50 ຄັນ, ແລະ ປະຊາຊົນ 1500 ຄົນຖືກຍົກຍ້າຍ, ບາດເຈັບ 3 ຄົນ.
ທ່ານ Miguel Murillo ຫົວໜ້າດັບເພີງໃນ Aguascalientes ກ່າວວ່າ: ປະມານ 800 ຫາ 1,000 ຄົນຕ້ອງໄດ້ຮັບການອົບພະຍົບໃນທັນທີ.
ຫຼັງຈາກໄຟໄດ້ແຜ່ລາມອອກໄປຢ່າງກວ້າງຂວາງ. ແລະເລີ່ມແຜ່ລາມໄປສູ່ເຮືອນປະຊາຊົນໃກ້ຄຽງ, ເຈົ້າໜ້າທີ່ໄດ້ຊ່ວຍເຫຼືອ 12 ຄົນຈາກເຮືອນທີ່ຖືກໄຟໄໝ້ ບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດ, ສ່ວນຄົນຂັບລົດບັນທຸກນໍ້າມັນເຊື້ອໄຟໄດ້ຖືກຈັບແລະດໍາເນີນຄະດີ.
ຊົມຄລີບ