ຊີ້ແຈງການຄັດເລືອກບັນຈຸລັດຖະກອນໃໝ່ຂອງກະຊວງການເງິນ ປິ 2022

ກະຊວງການເງິນ ອອກບົດຊີ້ແຈງ “ຜົນການສອບເສັງ ຄັດເລືອກບັນຈຸລັດຖະກອນໃໝ່ຂອງກະຊວງການເງິນ ປິ2022”

ພາຍຫຼັງມີຫາງສຽງຈາກສັງຄົມໂດຍສະເພາະແມ່ນ ປະເດັນ ການຊື້ຈ້າງເພື່ອໃຫ້ຖືກບັນຈຸເຂົ້າເປັນລັດຖະກອນ ດ້ວຍຈຳນວນເງິນ 100,000 ໂດລາ/ຄົນ

ກົມຈັດຕັ້ງ ແລະ ພະນັກງານ ໃນນາມຕາງຫນ້າຄະນະຮັບຜິດຊອບສອບເສັງລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອຊີ້ແຈງ ຕໍ່ກັບຜູ້ທີ່ຖືກບັນຈຸເຂົ້າເປັນລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ຈໍານວນ 25 ຄົນ ຕາມແຈ້ງການຂອງຮອງລັດຖະມົນຕີກະຊວງການເງິນ,

ຫົວຫນ້າຄະນະຮັບຜິດຊອບການ ສອບເສັງລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ສະບັບລົງວັນທີ 22 ສິງຫາ 2022 ຊຶ່ງໃນນັ້ນ ຜູ້ທີ່ໄດ້ຜ່ານການ ສອບເສັງ ຮອບທີ I ຄັ້ງວັນທີ 25 ມິຖຸນາ 2022 ແລະ ສອບເສັງ-ສໍາພາດ ຮອບທີ II ຄັ້ງວັນທີ 6 ສິງຫາ 2022 ໄດ້ຖືກບັນຈຸ ເຂົ້າເປັນລັດຖະກອນໃຫມ່ ຈໍານວນ 21 ຄົນ,

ສ່ວນອີກ ຈໍານວນ 4 ຄົນ ທີ່ຖືກບັນຈຸເຂົ້າເປັນລັດຖະກອນໃຫມ່ ໃນເລກລໍາດັບ ທີ 22, 23, 24 ແລະ 25 ຕາມແຈ້ງການ ສະບັບລົງວັນທີ 22 ສິງຫາ 2022 ແມ່ນໄດ້ຜ່ານການສອບເສັງຄັດເລືອກບັນຈຸ ລັດຖະກອນໃຫມ່ ປີ 2021

ທີ່ມີຄະແນນສອບເສັງ ຢູ່ໃນລະດັບດີ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ ວຽກງານ ໃນໄລຍະໃຫມ່ ຢູ່ບັນດາກົມຈໍານວນຫນຶ່ງ ຂອງກະຊວງການເງິນ ທີ່ໄດ້ມີການສ້າງຕັ້ງກົມໃຫມ່ ຈຶ່ງມີຄວາມ ຕ້ອງການພະນັກງານປະກອບໃຫ້ກົມດັ່ງກ່າວ,

ຄະນະນໍາກະຊວງການເງິນ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບ ຮັບເຂົ້າເປັນພະນັກງານທົດສອບວຽກງານຕົວຈິງ ຊຶ່ງກ່ອນຈະຖືກບັນຈຸເຂົ້າເປັນລັດຖະກອນໃຫມ່ ປີ 2022 ແມ່ນໄດ້ຜ່ານການ ສອບສໍາພາດ ໃນຄັ້ງວັນທີ 11 ສິງຫາ 2022 ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບສໍາພາດ ຕາມຂໍ້ຕົກລົງ ສະບັບເລກ ທີ 1749/ກງ, ລົງວັນທີ 16 ມິຖຸນາ 2022 .

ຜ່ານການສໍາພາດເຫັນວ່າພວກກ່ຽວສອບສໍາພາດຜ່ານ ຈຶ່ງໄດ້ຖືກບັນຈຸເຂົ້າ ເປັນລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ລວມທັງຫມົດເປັນ 25 ຄົນ, ລາຍລະອຽດມີຜົນຄະແນນການ ສໍາພາດ ມີດັ່ງນີ້:

ສ່ວນລູກຫຼານພະນັກງານການນໍາຂັ້ນສູງ ຈໍານວນ 06 ທ່ານ ແມ່ນໄດ້ເຂົ້າຮ່ວມການສອບເສັງຄັດເລືອກ ຕາມ ລະບຽບການ ຊຶ່ງພວກກ່ຽວສອບເສັງ ຜ່ານຕາມມາດຖານເງື່ອນໄຂຂອງກະຊວງການເງິນ ຈຶ່ງໄດ້ບັນຈຸເຂົ້າເປັນລັດຖະ ກອນ ຂອງກະຊວງການເງິນ ຕາມລະບຽບການ.

ສະນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານທີ່ສະຫມັກສອບເສັງຄັດເລືອກບັນຈຸລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ເພື່ອຮັບຊາບ ແລະ ຖ້າຫາກນັກສອບເສັງ ຫຼື ຜູ້ປົກຄອງທ່ານໃດ ມີຄວາມສົນໃຈ ຕໍ່ຜົນຄະແນນສອບເສັງ ແມ່ນ ໃຫ້ສະເຫນີເຖິງກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຢ່າງເປັນທາງການ ເພື່ອເຂົ້າພົວພັນເບິ່ງຜົນຄະແນນສອບ ເສັງຕົວຈິງ,

ແຕ່ຖ້າກໍລະນີຜູ້ທີ່ຖືກບັນຈຸເຂົ້າເປັນລັດຖະກອນໃຫມ່ ໄດ້ມີການສະເຫນີຂໍສະຫຼະສິດ, ກະຊວງການເງິນ ໄດ້ຄົ້ນຄວ້າພິຈາລະນາ ເອົາຜູ້ທີ່ມີມາດຖານເງື່ອນໄຂ ແລະ ມີຄະແນນອັນດັບຖັດລົງມາ ເພື່ອປ່ຽນແທນ ຕາມລະບຽບການ.

– ກະຊວງການເງິນຂອບໃຈນໍາສື່ອອນໄລ ທີ່ໄດ້ສ່ອງແສງເຖິງຄວາມຮັບຜິດຊອບໃນການປະຕິບັດຫນ້າທີ່ ໃນການຄັດ ເລືອກລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022, ກະຊວງການເງິນ ຂໍມີຄໍາເຫັນວ່າ: ການສອບເສັງຄັດເລືອກ ລັດຖະກອນໃຫມ່ຂອງກະຊວງການເງິນ ປີ 2022 ໄດ້ດໍາເນີນຕາມຂັ້ນຕອນ, ລະບຽບການ ຢ່າງເຂັ້ມງວດ

ຊຶ່ງໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະພາກສ່ວນ ຢ່າງຄົບຖ້ວນ, ບໍ່ແມ່ນບຸກຄົນຜູ້ໃດຜູ້ຫນຶ່ງເປັນຜູ້ດໍາເນີນການພຽງຄົນດຽວ ແລະ ການ ຄັດເລືອກແມ່ນບົນພື້ນຖານຂອງການສອບເສັງ ຈະແມ່ນລູກຫຼານໃຜກໍ່ຕາມ, ແຕ່ສໍາລັບ 04 ຄົນ ແມ່ນໄດ້ຈັດຕັ້ງປະຕິບັດ ໃນຮູບແບບສອບສໍາພາດຕົວຈິງ ເນື່ອງຈາກວ່າຕ້ອງໄດ້ປະເມີນສະເພາະ ຕາມຫນ້າວຽກຕົວຈິງທີ່ພວກກ່ຽວປະຕິບັດຢູ່ບັນດາ ກົມໃນໄລຍະຫນຶ່ງ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບດໍາເນີນການ ຕາມລະບຽບການ,

ໃນກໍລະນີຖ້າຫາກພວກກ່ຽວປະເມີນ ຜົນບໍ່ຜ່ານກະຊວງການເງິນ ຈະຄັດເລືອກເອົາຜູ້ທີ່ສອບເສັງໄດ້ຄະແນນຖັດໄປປ່ຽນແທນ, ແຕ່ຜົນການປະເມີນຂອງ 04 ຄົນ ແມ່ນຜ່ານຕາມມາດຖານເງື່ອນໄຂຫມົດທຸກຄົນ ຈຶ່ງໄດ້ບັນຈຸເປັນລັດຖະກອນ ຕາມລະບຽບການ,

ແຕ່ໃນເວລາດຽວກັນ ພັດ ມີແຫຼ່ງຂ່າວວ່າ ໄດ້ມີຜູ້ເອົາເງິນໃຫ້ ຜູ້ລະ ຫນຶ່ງແສນໂດລ້າ ຕໍ່ກັບບັນຫາດັ່ງກ່າວ ກະຊວງການເງິນ ຂໍຄວາມຮ່ວມມືໃນການສະ ຫນອງຫຼັກຖານໃຫ້ແດ່, ຖ້າຫາກມີຂໍ້ມູນຄວາມເປັນຈິງ ພວກເຮົາຕ້ອງການຫຼັກຖານ ເພື່ອຈະລົງໂທດຕໍ່ຜູ້ກະທໍາຜິດ ຕາມກົດ ຫມາາຍ ທັງຜູ້ໃຫ້ ແລະ ຜູ້ຮັບ, ແຕ່ຖ້າບໍ່ມີມູນຄວາມຈິງໃຜຈະເປັນຜູ້ຮັບຜິດ ຊອບຕໍ່ບັນຫາດັ່ງກ່າວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.

ອ່ານຕາມແຈ້ງການ

..

,,

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button