ຄອບຄົວການນຳ ສູນກາງ ນໍາໂດຍ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ
ຄອບຄົວການນຳ ສູນກາງ ນໍາໂດຍ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ພ້ອມຄະນະໄດ້ມອບເຄື່ອງອຸປະໂພກບໍລິໂພກເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງ ຫລາ, ເມືອງໄຊ ແລະ ເມືອງນາໝໍ້ ລວມມູນຄ່າ 530 ລ້ານກວ່າກີບ
ໂດຍການກ່າວມອບ ຂອງທ່ານ ປ້າ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ກ່າວຮັບໂດຍ ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງ-ເມືອງນາໝໍ້,
ໂອກາດນີ້ ທ່ານ ຍັງໄດ້ຮັບຟັງການລາຍງານສະພາບຜົນກະທົບ ໄພນໍ້າຖ້ວມ ຂອງປະທານຄະນະກໍາມະການຄຸ້ມຄອງໄພພີບັດຂັ້ນເມືອງ ເຊີ່ງມາຮອດວັນທີ 4 ກັນຍາ 2022 ຖືກຜົນກະທົບ 21 ບ້ານ 538 ຄົວເຮືອນ, ຜົນລະເມືອງ 2.887 ຄົນ, ຍີງ 1.412 ຄົນ. ລາຍງານໂດຍ:
ຂ່າວໃໝ່ ເມືອງນາໝໍ້