ລົດຢຽບນ້ຳກະເດັນໃສ່ຄົນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ..​

ລົດຢຽບນ້ຳກະເດັນໃສ່ຄນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ ຖ້າໃຜພົບເຫັນຖ່າຍຮູບປ້າຍລົດໄວ້ ແລະ ແຈ້ງຕຳຫຼວດທັນທີ.

ວັນທີ 23 ສິງຫາ 2022 ບົດຄວາມກ່ຽວກັບກົດໝາຍ ໃນຊ່ວງລະດູຝົນນີ້ຕ້ອງລະມັດລະວັງ ຖ້າໃຜໄປຢຽບນ້ຳແລ້ວກະເດັນໃສ່ຄົນອື່ນນັ້ນມີຄວາມຜິດທາງກົດໝາຍ

ມີຄວາມຜິດສ່ຽງຕິດຄຸກ ການຂັບລົດຢຽບນ້ຳໃສ້ຜູ້ອື່ນ ເປັນການສະແດງໃຫ້ເຫັນເຖິງການຂັບລົດທີ່ບໍ່ຄຳນຶງເຖິງຄວາມປອດໄພ ຫຼື ຄວາມເດືອດຮ້ອນຂອງຜູ້ອື່ນ.

ອ້າງອີງຈາກ ກົດໝາຍປະເທດໄທ ພະລາດຊະບັນຍັດ ຈາລະຈອນທາງບົກ ປີ 1979 ມາດຕາ 43 ຕ້ອງໂທດຈຳຄຸກບໍ່ເກີນ 3 ເດືອນ ຫຼື ປັບໄໝບໍ່ເກີນ 1 ລ້ານ-5ລ້ານ ແລະ

ຫາກມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳກະເດັນໃສ່ ຄົບຂັບມີຄວາມຜິດຕາມການປະມວນກົດໝາຍອາຍາ ຖານເຮັດໃຫ້ຊັບສິນເສຍຫາຍ ຕາມມາດຕາ 358 ໂທດຕ້ອງຈຳຄຸກບໍ່ເກີນ 3 ປີ ຫຼື ປັບໄໝບໍ່ເກີນ 3 ລ້ານ ຫຼື ທັງປັບໄໝທັງຈຳຄຸກ.

ແລະເຮົາຍັງສາມາດ ເອີ້ນຄ່າເສຍຫາຍຈາກເຈົ້າຂອງລົດໄດ້ ຖ້າຫາກວ່າມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳໃສ່ ຕາມກົດໝາຍມາດຕາ 438 ຂອງປະເທດໄທ.

ດັ່ງນັ້ນແລ້ວ ຖ້າເຮົາພົບກັບສະຖານະການແບບນີ້ ສິ່ງທີ່ຄວນເຮັດທຳອິດກໍ່ຄື ຖ່າຍຮູບລົດ ແລະ ປ້າຍທະບຽນລົດ ຫຼື ຈົດປ້າຍທະບຽນ ແລ້ວນຳເອົາຫຼັກຖານໄປແຈ້ງຕໍ່ຕຳຫຼວດໄດ້.

Leave a Reply

Your email address will not be published. Required fields are marked *

Back to top button