ພໍ່ຕູ້ຢືນຂາຍເຂົ້າໜົມ ເຖິງກັບເຊັດນ້ຳຕາ ໝົດມື້ຍັງຂາຍບໍ່ໄດ້ ສຸດທ້າຍເຈີ້ຫນຸ່ມໃຈດີຂໍເຫມົາຫມົດ

ຜູ້​ໃຊ້​ເຟ​ຊ​ບຸ໊​ກ “ຍາກ​ຮູ້​ໃຫ້​ຖາມ ບໍ່​ແມ່ນ​ຈາກ​ປາກ​ຄົນ​ອື່ນ” ໄດ້​ລະະ​ບຸ​ເລື່ອງ​ຣາວ​ໄວ້​ວ່າ ທ່ານ​ບັງ​ເອີນ​ໄປ​ເຫັນ​ພໍ່ຕູ້ຄົນ​ໜຶ່ງ ກຳ​ລັງ​ຢືນ​ປາດ​ນ້ຳ​ຕາ​ງຽບ​ໆ ຫລື ເຊັດນ້ຳຕາງຍບໆ ຈຶ່ງ​ຍ່າງ​ເຂົ້າໄປ​ສອບ​ຖາມ ຊຶ່ງ​ຄຳ​ຕອບ​ຂອງ​ພໍ່ຕູ້ກໍ​ເຮັດໃຫ້​ຮູ້ສຶກ​ເຫັນ​ໃຈ​ຫລາຍ ພໍ່ຕູ້​ບອກ​ວ່າ

“ມື້​ນີ້​ຢືນ​ມາ​ທັງ​ມື້​ແລ້ວ ຍັງ​ຂາຢບໍ່​ໄດ້​ເລີຍ” ໜຸ່ມ​ເຈົ້າ​ຂອງ​ໂພ​ສ​ຕ​໌ ເມື່ອມ​ອງ​ໄປ​ເຫັນ​ຂະໜົມ​ເຕັມ​ຖາດ​ຂອງພໍ່ຕູ້​ກໍ​ຖາມ​ວ່າ​ລາ​​ຄາ​ເທົ່າ​ໃດ ພໍ່ຕູ້ຕອບ​ວ່າ​ຊິ້ນ​ລະ 2500 ກີບ ທ່ານ​ຈຶ່ງ​ຕັດ​ສິນ​ໃຈ​ເໝົາ​ທັງ​ໝົດ

ເຮັດໃຫ້ພໍ່ຕູ້​ເຖິງ​​ຕ້ອງ​ເຊັດ​ນ້ຳ​ຕາ ແລະ ​ກ່າວ​ຢ້ຳ​ຢ່າງ​ວ່າບໍ່​ເຊື່ອນະລູກ ວ່າລູກຈະຊື້ທັງ​ໝົດ​ນີ້ ເພາະມັນຫລາຍ ແຕ່​ຊາຍ​ໜຸ່ມ​ຜູ້​ໃຈ​ບຸນ​ກໍ​ຍັງ​ຢືນຢັນຈະ​ເໝົາ​ທັງ​ໝົດນະພໍ່ຕູ້ ແລະ​ ບອກ​ວ່າ​​ຈະ​ເອົາ​ໄປ​ແຈກ​ຄົນ​ອື່ນ​ດ້ວຍ

​ພໍ່ຕູ້​ກໍ​ເວົ້າ​ວ່າ ຂອບໃຈຫລາຍເດີ້ລູກທີ່ມາເຫມົາຊ່ວຍພໍ່ຕູ້ ຂໍໃຫ້ລູກຈົ່ງມີຄວາມສຸກລ້ຳລວຍໄປຕະຫລອດຊີວິດ ພ້ອມ​ກັບ​ບອກ​ວ່າ ຕອນ​ນີ້​ແມ່ເຖົ້າຢູ່ເຮືອນ​ບໍ່ສະບາຍ ຕູ້ຂາຍໝົດ​ນີ້​ຈະ​ໄດ້​ຮີບ​ກັບ​ໄປ​ເບິ່ງ​ແມ່ເຖົ້າ ຊາຍ​ໜຸ່ມ​ກລ່າວ​ອີກ​ວ່າ

ຕູ້ ລູກເຫມົາຂະໜົມ​​ຂອງຕູ້ທັງ​ໝົດ 130 ຊິ້ນ ຕົກເປັນ 325,000 ກີບ . ແຕ່​ລູກໃຫ້ພໍ່ຕູ້​ໄປ 500,000 ກີບ . ຊຶ່ງຫລາຍກ​ວ່າ​ລາ​​ຄາ​ຂາຍໄດ້

ແຕ່​ທີ່​ຫນຸ່ມຊາຍໃຫ້​ນັ້ນບໍ່​ໄດ້​​ລ່ຳ​ລວຍ ພຽງ​ແຕ່​ຄິດວ່າຊ່ວຍເຫລືອພໍ່ຕູ້ຕາມຄວາມພ້ອມ​ເທົ່າ​ນັ້ນ ຖ້າຕົນມີກໍ່ຈະໃຫ້ຫລາຍກວ່ານີ້.

ເມື່ອ​ເລື່ອງ​ລາວ​ນີ້​ເຜີຍແຜ່ອອກສູ່ສັງຄົມ ກໍ່ກາຍເປັນທີ່ສົນໃຈແລະເວົ້າເຖິງໃນວົງກ້ວາງ ຫຼາຍຄົນເຂົ້າມາສົ່ງກຳລັງໃຈໃຫ້ກັບພໍ່ຕູ້ ພ້ອມກັບບອກວ່າ ຂະໜົມຂອງພໍ່ຕູ້ແຊບຫຼາຍ ລາຄາບໍ່ແພງ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button