ເຈ້ທິບຢືນຢັນ! ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ
ຫຼັງເຈົ້າໜ້າທີ່ໄທພົບໂຕ “ເຈ້ທິບ” ພ້ອມໄດ້ໃຫ້ສຳພາດກັບສື່ວ່າ: ເຈ້ທິບຢືນຢັນ!
“ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ ອີກຢ່າງແມ່ນເພື່ອຄວາມປອດໄພ ເພາະຖ້າຢູ່ລາວກໍອາດຈະຖືກທຳຮ້າຍຮ່າງກາຍ ສຳລັບກໍລະນີຫອບເງິນໜີ
,,
ແມ່ນຖືກໃສ່ຄວາມເຊິ່ງເງິນຈຳນວນດັ່ງກ່າວບໍ່ມີມູນຄວາມຈິງ ເງິນຫຼາຍຂະໜາດນັ້ນແບກມາບໍ່ໄດ້ຢູ່ແລ້ວ ສັງຄົມໄດ້ໃສ່ຂ່າວໄປເອງ” ຂໍ້ຄວາມທີ່ເຈ້ທິບໃຫ້ສຳພາດກັບສື່ໄທ!
ຕຳຫຼວດໄທຈັບກຸມໂຕເຈ້ທິບແລະຜົວຂອງລາວໄດ້ ແມ່ນຢູ່ວ່າຜົນງານເປັນຂອງຕຳຫຼວດໄທ ແລະ ສ່ວນໜື່ງກໍຍ້ອນຄວາມວີ່ງເຕັ້ນຂອງຜູ້ເສຍຫາຍເອງ
ທັ້ງລວບລວມເອກກະສານ ແລະໂຮມໂຕກັນຫຼາຍໆເພື່ອໄປກົດດັນຕຳຫຼວດລາວເພື່ອໃຫ້ເຮັດວຽກ ທັ້ງປະສານໄປຫາຕຳຫຼວດໄທ ເພື່ອໃຫ້ນຳຈັບໂຕເຈ້ທິບ ແລະຜົວ ສຸດທ້າຍກໍ່ສາມາດຈັບໂຕໄດ້ຕາມທີ່ຫຼາຍຄົນລໍຄອຍ
ຊົມຄລີບ