ຣັດເຊຍກ່າວເອີຣົບມີເຈດຕະນາຢາກຊຸກຍູ້ໃຫ້ຢູເຄຼນລົງສູ່ເຫວ

ສະຫະພາບເອີຣົບມີເຈດຕະນາຢາກຊຸກຍູ້ໃຫ້ອູແກຣນໄປສູ່ຂ້າງເຫວເລິກ ວັນທີ 2 ມິຖຸນານີ້, ກະຊວງການຕ່າງປະເທດຣັດເຊຍອອກຖະແຫຼງການໂດຍລະບຸວ່າ: ກອງປະຊຸມສຸດຍອດສະຫະພາບເອີລົບທີ່ຈັດຂຶ້ນໃນມໍ່ໆມານີ້

ບໍ່ໄດ້ກ່າວເຖິງແຜນການແກ້ໄຂສະຖານະການອູແກຣນໂດຍຜ່ານການເຈລະຈາສັນຕິພາບ, ໝາຍຄວາມວ່າ: ສະຫະພາບເອີຣົບມີເຈດຕະນາຢາກຊຸກຍູ້ໃຫ້ອູແກຣນໄປສູ່ຂ້າງເຫວເລິກ.

ຖະແຫຼງການລະບຸຕື່ມວ່າ: ຜົນກອງປະຊຸມສຸດຍອດສະຫະພາບເອີລົບສະແດງໃຫ້ເຫັນຕື່ມອີກວ່າ: ສະຫະພາບເອີລົບໄດ້ກາຍເປັນພາຫະນະໃນການສະກັດກັ້ນຣັດເຊຍໂດຍປະຕິບັດຕາມທິດທາງການເມືອງພູມີພາກຂອງອາເມຣິກາ ແລະ ນາໂຕ.

ສະຫະພາບເອີລົບຜ່ານການໃຫ້ຄຳໝັ້ນສັນຍາທີ່ມືນມົນກ່ຽວກັບການສ້າງສະຫະພາບເອີລົບເປັນເອກະພົບດຽວ ແລະສະໜອງອາວຸດແລະເງິນອຸດໜູນໃຫ້ແກ່ອູແກຣນ.

ຜູ້ນຳປະເທດສະມາຊິກສະຫະພາບເອີລົບບໍ່ໄດ້ກ່າວເຖິງແຜນການແກ້ໄຂສະຖານະການອູແກຣນໂດຍຜ່ານການເຈລະຈາສັນຕິພາບຈັກຢ່າງ, ຫາກມີເຈດຕະນາແຕ່ຢາກຊຸກຍູ້ອູແກຣນໃຫ້ໄປສູ່ຂ້າງເຫວເລິກເທົ່ານັ້ນ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

Back to top button