ກົມອຸຕຸນິຍົມ ແຈ້ງເຕືອນໃຫ້ລະວັງເປັນພິເສດ ພາກກາງ ແລະ ພາກໃຕ້ ອາດຈະມີຝົນຕົກໜັກ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ສະພາບອາກາດວັນທີ 03 ຫາ 05 ມິຖຸນາ 2022 ຄວາມກົດດັນອາກາດຈະປົກຄຸມຢູ່ທຸກພາກຂອງ ປະເທດລາວດ້ວຍກຳລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່
ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕ້ອງລະວັງເປັນພິເສດ ເພາະຝົນຈະຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
,,
,,
,,