ຂໍໃຫ້​ຂັ້ນເທິງ​ຊ່ວຍແກ້ໄຂ, ບໍລິສັດ ຂຸດຄົ້ນແຮ່ເຫລັກ ລະເມີດເຂົ້າໄປຂຸດສວນໄຮ່ປະຊາຊົນ

ໃນວັນທີ່ 20 ພຶດສະພາ​ນີ້ ມີຜູ້ໃຊ້ເຟສບຸກ ຊື່: Ais hawj niam : ໄດ້ໂພສ ຫລື ໄລນ໌​ສົດ ວ່າ ບໍລິສັດ ອໍໂຕມາຍນີ້ງ ຈຳກັດ ໄດ້ ບຸກຂຸດຄົ້ນເເຮ່ເຫລັກ ກາຍເຂດທີ່ລົງລາຍເຊັນ..

ເຊີ່ງໄດ້ບຸກເຂົ້າໄປຂຸດສວນໄຮ່ປະຊາຊົນທີ່ປູກພືກຫມາກໄມ້ ແລະ ປູກ ມັນຕົ້ນ…​ໂດຍບໍ່ໄດ້ຮັບອະນຸຍາດ ຫວື ນັງບໍ່ມີການລົງລາຍເຊັນ ມອບຫມາຍໃຫ້ຂຸດຄົ້ນ..

.ບໍລິສັດ​ໄດ້ໄປຂຸດຄົ້ນບໍ່ແຮ່ເຫລັກຄັ້ງນີ້ແມ່ນ ທາງຂັ້ນເທິງໄດ້ເຫັນດີອະນຸມັດ ແລະ ເຫັນດີຈາກດີນສ່ວນຂອງປະຊາຊົນຈຳນວນຫນື່ງ (ຫທາຍຄວາມວ່າ ຢູ່ໃນຂອບເຂດທີ່ໄດ້ເຫັນຕົກລົງກັນໄວ້ ໂດຍມີການເສຍຄ່າຊົດເຊີຍຖືກຕ້ອງຕາມຂັ້ນເທິງແຈ້ງການມາ)..

ແຕ່ພໍມາຂຸດແລ້ວ ບໍລິສັດກໍ່ໄດ້ລະເມີດ ຂຸດກາຍຂອບເຂດທີ່ຕົກລົງກັນ ແລະ ເຈົ້າບໍລິສັດຍັງລັກຂູດມັນຕົ້ນຂອງເຈົ້າດີນນີ້ອີກ (ຕາມສ່ຽງໄລສົດ)​..​ເຈົ້າຂອງດີນສວນໄຮ່ຈື່ງໄດ້ໄລນສົດ ຂໍຄວາມເປັນທຳ.. ໂດຍເນັ້ນໃຫ້ບໍລິສັດຈ່າຍຄ່າຊົດເຊີຍຕາມໃບແຈ້ງການຂອງການຊົດເຊີຍຂອງທ່ານເຂົ້າແຂວງ ແລ້ວເລື່ອງຈົບ..​ແຕ່ບໍລິສັດບໍ່ຍອມຈ່າຍ..

ໃນຂະນະທີ່ເຈົ້າດີນສວນໄຮ່ ມີຄວາມບໍ່ພໍໃຈ ທັງບໍລິສັດກໍ່ໄດ້ນຳເຈົ້າຫນ້າທີ່ຕຳຫລວດ ເຂົ້າໄປໃນເຂດດັ່ງກ່າວ..

ເຫດການນີ້ແມ່ນເກີດຢູ່ ເມືອງລ່ອງແຈ້ງ,​ແຂວງ​ໄຊສົມບູນ..ແນວໃດກໍ່ຕາມ ຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາແກ້ໄຂຊ່ວຍ ໃຫ້ປະຊາຊົນ​ຜູ້ຕາດຳໆ ທີ່ອາໄສແຕ່ການປູກພືກປູກຫມາກໄມ້ລ້ຽງຊີວິດ..​

ຊົມຄລີບ (1)​

ຊົມຄລີບຕົ້ນສະບັບ ຈາກເຈົ້າຂອງ

Leave a Reply

Your email address will not be published. Required fields are marked *

Back to top button