ທີມຊາດລາວເຮັດໄດ້! ຄວ້າຫຼຽນຄຳ ທຳອິດໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ
👏 ທີມຊາດລາວເຮັດໄດ້! ຄວ້າຫຼຽນຄຳ ທຳອິດໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ !!!
ຫລຽນຄຳ ຫຼຽນທຳອິດຂອງທີມຊາດລາວ ໄດ້ມາແລ້ວ ຈາກກິລາ ວໍວີນາມ ປະເພດ ຄູ່ຍິງມີອຸປະກອນ ນາງ ມາລາ ຈັນທະລັກສາ ແລະ ນາງ ພິກສະໄຫມ ອິນສຸມັງ.
ນັກກິລາທີ່ຄວ້າຫຼຽນຄຳໃນຊີເກມ ຈະໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກລັດຖະບານ ຫາກເປັນພະນັກງານລັດຈະໄດ້ເລື່ອນຂັ້ນຕຳແໜ່ງຕາມຄວາມເໝາະສົມ. ພ້ອມກັນນັ້ນ ຍັງຈະໄດ້ຮັບເງິນສົດ ສະໜັບສະໜູນ ຕື່ມອີກ 25 ລ້ານກີບ.
ຫຼ້າສຸດ ໄດ້ມີຫຼາຍທ່ານ ແຈ້ງເຈດຈໍານົງ ເພື່ອສະໜັບສະໜູນ ຫຼຽນຄໍາທໍາອິດ ຂອງ ສປປ ລາວ ແລ້ວ. ລາຍງານເພີ່ມຕື່ມ ທີມງານພວກເຮົາຈະແຈ້ງ ມາໃຫ້ທ່ານ ໄດ້ຮັບຮູ້ ເປັນໄລຍະ.
ຊົມເຊີຍ 🇱🇦