ຜູ້ນຳກຳປູເຈຍຖືກ ແກວ່ງເກີບໃສ່ຫນ້າ ໃນຂະນະຖ່າຍຮູບ..​ທີ່ໄປຢ້ຽມຢາມອາເມລິກາ

ຜູ້ນຳກຳປູເຈຍຖືກອະດີດທະຫານແກວ່ງເກີບໃສ່ໃນຂະນະໄປຢ້ຽມຢາມອາເມລິກາໃນວັນທີ 11 ພຶດສະພາທີ່ຜ່ານມາ ໄດ້ມີການບັນທຶກຄລິບວິດີໂອເຫດການທີ່ກາຍເປັນກະແສໄປທົ່ວໂລກອອນລາຍ

ໂດຍມັນເປັນເຫດການທີ່ ນາຍົກລັດຖະມົນຕີ ຮຸນ ເຊນ ຂອງກຳປູເຈຍ ໄດ້ໄປຢ້ຽມນະຄອນ ວໍຊິງຕັນ ດີຊີ, ສະຫະລັດອາເມຣິກາ ແລະ ລາວກໍເກືອບຖືກເກີບຈາກບຸກຄົນທີ່ຊັງ ແກວ່ງເຂົ້າມາໃສ່ ໃນຂະນະທີ່ ຮຸນ ເຊນ ໄດ້ຢຸດຖ່າຍຮູບກັບມວນຊົນຢູ່ໜ້າໂຮງແຮມທີ່ເຂົ້າພັກຢູ່.

ແຕ່ເຖິງຢ່າງນັ້ນຄົນທີ່ແກວ່ງເກີບໃສ່ນັ້ນ ກໍໄດ້ພາດເປົ້າ ໂດຍເກີບມັນໄດ້ຖືກໂທລະສັບຂອງຄົນທີ່ກໍາລັງຢືນຖ່າຍຮູບກັບ ຮຸນ ເຊນ ໂດຍໃນຂະນະນັ້ນມັນໄດ້ເຮັດໃຫ້ ຮຸນ ເຊນ ແລະ ຄົນທີ່ຢູ່ອ້ອມຂ້າງເກີດອາການໜ້າເສຍຂຶ້ນມາໃນທັນທີ.

ຕໍ່ມາໃນວັນທີ 12 ພຶດສະພາ ສຳນັກຂ່າວ Radio Free Asia ໄດ້ມີການເປີດເຜີຍວ່າ ຄົນທີ່ແກວ່ງເກີບໃສ່ຮຸນເຊນນັ້ນມີຊື່ວ່າ ອຸກ ທັຊ (Ouk Touch) , ອາຍຸ 72 ປີ ແລະ ລາວກໍເຄີຍເປັນອະດີດທະຫານກໍາປູເຈຍ ທີ່ໄດ້ຍ້າຍຖິ່ນຖານມາອາໄສຢູ່ ສະຫະລັດອາເມຣິກາ ຫຼັງຈາກໄດ້ບໍານານຈາກໜ້າທີ່ແລ້ວ.

ທັງນີ້ ອຸກ ທັຊ ໄດ້ບອກວ່າກັບສໍານັກຂ່າວວ່າຫຼັງຈາກເກີດເຫດການ ບໍດີ້ກາດຂອງຮຸນເຊນ ແມ່ນໄດ້ພະຍາຍາມທີ່ຈະເຂົ້າມາຈັບຕົວແລະທຳຮ້າຍລາວ ແຕ່ວ່າທາງເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຫະລັດອາເມຣິກາ ເຫັນເຫດການນັ້ນພໍດີ ເລີຍໄດ້ເຂົ້າມາໂອ້ລົມໄກ່ເກ່ຍໃຫ້ ແລະ ບອກໃຫ້ ອຸກ ທັຊ ຮິບອອກມາຈາກບ່ອນເກີດເຫດ.

ອຸກ ທັຊໄດ້ກ່າວອີກວ່າ ສິ່ງທີ່ລາວກະທຳລົງໄປນັ້ນແມ່ນໄດ້ເຮັດດ້ວຍຄວາມຕັ້ງໃຈ ແລະ ເປັນຄວາມຝັນຂອງລາວມາແຕ່ດົນນານ ເພາະລາວຮູ້ສຶກຊັງຜະເດັດການຢ່າງ ຮຸນ ເຊນ ທີ່ໃນອະດີດໄດ້ເຄີຍສັ່ງຂ້າຜູ້ບໍລິສຸດນັບບໍ່ຖ້ວນ ລວມໄປຮອດຍາດຕິພີ່ນ້ອງຂອງ ອຸກ ທັຊ ນຳ.

“ຂ້ອຍຮູ້ສຶກສະບາຍໃຈແລະນອນຫຼັບສະບາຍຫຼາຍຂຶ້ນແທ້ໆ ຫຼັງຈາກໄດ້ແກວ່ງເກີບໃສ່ຫົວ ຮຸນ ເຊນ ຂ້ອຍຕັ້ງໃຈເຮັດແບບນີ້ມາດົນແລ້ວເພາະຢາກໃຫ້ລາວ ຮູ້ສຶກອັບອາຍ ເຫດຜົນກໍມີພຽງເທົ່ານີ້”“ທີ່ຂ້ອຍເຮັດກໍພຽງໂຍນເກີບໃສ່ ຮຸນ ເຊນ

ເຊິ່ງລາວກໍເຄີຍໂຍນລະເບີດໃສ່ຊາວກຳປູເຈຍ ຄົນທີ່ອອກມາປະທ້ວງຢ່າງສັນຕິ ຮຸນ ເຊນ ຄືຜະເດັດການ ແລະ ລາວເຄີຍຂ້າຄົນມາຫຼວງຫຼາຍ ລວມຍາດຕິພີ່ນ້ອງຂອງຂ້ອຍ” ອຸກ ທັຊໄດ້ກ່າວ.

ນອກຈາກນີ້ ອຸກ ທັຊ ຍັງໄດ້ກ່າວເສີມອີກວ່າລາວຢາກທີ່ຈະຕອບໂຕ້ເຫດການປີ 1997 ທີ່ແນວຮ່ວມນາຍົກທີ່ມາຈາກການເລືອດຕັ້ງຕອນນັ້ນໃຊ້ອາວຸດເຂົ້າໂຈມຕີ ເປັນສາເຫດໃຫ້ ຮຸນ ເຊນ ສາມາດຮັກສາຕັ່ງນາຍົກລັດຖະມົນຕີເອົາໄວ້ໄດ້ຈົນຮອດປັດຈຸບັນນີ້.

ໂດຍເຫດການດັ່ງກ່າວໄດ້ມີປະຊາຊົນຊາວກຳປູເຈຍເສຍຊີວິດເຖິງ 16 ຄົນ ບາດເຈັບອີກ 150 ຄົນ ແຕ່ວ່າຜູ້ທີ່ລົງມືກະທຳໃນເຫດການດັ່ງກ່າວແມ່ນບໍ່ໄດ້ຖືກດຳເນີນຄະດີຕາມກົດໝາຍ.

ຊົມຄລີບ

ຂອບໃຈທີ່ມາ: Lao X

Leave a Reply

Your email address will not be published. Required fields are marked *

Back to top button