ນັກຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2021-2022 ພ້ອມຮັບໂອກາດ ທຶນການສຶກສາ ໄປຮຽນຕໍ່ ສສ ຫວຽດນາມ

👏 ສະແດງຄວາມຍິນດີກັບນັກ ຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2021-2022 ພ້ອມຮັບໂອກາດ ທຶນການສຶກສາ ໄປຮຽນຕໍ່ ສສ ຫວຽດນາມ !!!ສະແດງຄວາມຍິນດີກັບນັກ ຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2021-2022

ວັນທີ 10 ພຶດສະພາ 2022 ໄດ້ມີພິທີສະຫລຸບການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ ມ4 ແລະມ7 ປະຈໍາສົກຮຽນ 2021-2022 ຢູ່ສູນໄອຊີທີ ກະຊວງສຶກສາທິການແລະກິລາ

ທັງແບບເຊິ່ງຫນ້າ ແລະ ທາງໄກ ພາຍຫລັງການສອບເສັງຈັດຂຶ້ນໃນວັນທີ 28 ເມສາ 2022 ຜ່ານມາ ໂດຍມີນັກຮຽນເກັ່ງ ຊັ້ນມ4 ແລະ ມ7 ເຂົ້າຮ່ວມສອບເສັງ ທັງຫມົດ 144 ຄົນ, ຍິງ 68 ຄົນ. ການສອບເສັງ ມີທັງຫມົດ 4 ວິຊາຄື: ວິຊາພາສາລາວ -ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີ ສາດ.

ຜ່ານການສອບເສັງ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ4

ອັນດັບທີ1: ນ.ຕາວັນ ວົງວິໄລ ຈາກ ມສ ປາດຖະໜາ, ນະຄອນຫຼວງ ໄດ້ຄະແນນ 8,35.

ອັນດັບທີ 2: ນ. ຕານ້ອຍ ດວງມາລາ ຈາກ ມສ. ນາສັກ ແຂວງ ວຽງຈັນ ໄດ້ຄະແນນ 7,30.

ອັນດັບທີ 3: ທ. ແອັດລີ ສັນຕິສັດ ຈາກ ມສ. ໂພນມີໄຊ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7,00.

ວິຊາຄະນິດສາດຊັ້ນມ4:

ອັນດັບທີ 1: ທ. ເພັດນະຄອນ ພົນທະຈັກ ຈາກ ຈາກ ມສ ປາດຖະໜາ ນະຄອນຫຼວງ ໄດ້ຄະແນນ 8,00.

ອັນດັບ 2 ແລະ 3 ບໍ່ມີ ຍ້ອນຄະແນນບໍ່ຮອດເກນທີ່ຕັ້ງໄວ້ (ຕ້ອງໄດ້ 7ຂຶ້ນໄປ).

ວິຊາຟີຊິກສາດ ຊັ້ນມ4:

ອັນດັບທີ 1: ທ. ອຸດົມຄຳ ບຸນວິໄລ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,10.

ອັນດັບທີ 2: ທ. ສຸວັນທອງ ເຮືອງແພງອ່ອນ ຈາກ ມສ ເທດສະບານແຂວງຫລວງນໍ້າທາ, ແຂວງຫລວງນໍ້າທາ ໄດ້ຄະແນນ 7,43.

ອັນດັບ 3 ບໍ່ມີ (ຄະແນນບໍ່ເຖີງເກນ).

ວິຊາເຄມີສາດຊັ້ນມ4:

ອັນດັບທີ 1: ນ. ຜະກາອາລີ ສິດທິຍາວົງ ຈາກ ມສ ສັນຕິພາບ ແຂວງບໍ່ແກ້ວ ໄດ້ຄະແນນ 9,00.

ອັນດັບທີ 2: ທ. ວຽງພະຈັນ ມະນີວົງ, ຈາກ ມສ ພອນສະ ຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ ໄດ້ຄະແນນ 8.00.

ອັນດັບ 3: ພຣະ ສີງແກ້ວ ສຸລິ ຍະວົງສາ ຈາກ ມສ ສັນຕິພາບ ແຂວງຊຽງຂວາງ ໄດ້ຄະແນນ 7,75.

ສຳລັບຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ1: ທ. ທະວີຊັບ ມະນີວົງ ຈາກ ມສ ເມືອງໄຊ ແຂວງອຸດົມໄຊ ໄດ້ຄະແນນ 7,30.

ອັນດັບ 2: ນ. ນໍ້າເຜີ້ງ ພອນໄຊ ຈາກ ມສ ພອນສະຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ ໄດ້ຄະແນນ 7,15.

ອັນດັບທີ 3: ນ. ຄໍາໄພ ຫລວງລາດ ຈາກ ມສ. ທ່າພະບາດ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7.00.

ວິຊາຄະນິດສາດ: ອັນດັບທີ 1: ທ. ເຊັງຈື່ເຮີ ຈາກ ມສ ຊໍາໃຕ້ ແຂວງຫົວພັນ ໄດ້ຄະແນນ 8,50.

ອັນດັບທີ 2: ທ. ເຕລີ ລໍເບຼຍຢາວ ຈາກ ມສ ພອນສະຫວັນຊົນເຜົ່າ, ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,25.

ອັນດັບ 3 ບໍ່ມີ.

ວິຊາຟີຊິກສາດ: ອັນດັບທີ 1: ທ. ບຸນຖະໜອມ ປະທຸມພາ ມສໂພນໄຊ ແຂວງຈຳປາສັກ ໄດ້ຄະແນນ 8,50.

ອັນດັບທີ 2: ນ. ພູສະຫວັນ ມຸກດາແກ້ງ ຈາກ ມສ ປາກຊັນ ແຂວງບໍລິຄໍາໄຊ ໄດ້ຄະແນນ 7,35.

ອັນດັບທີ 3: ທ. ລີປໍຢາງ ເຍຍກົວ ຈາກ ມສ ວຽງຈັນ, ນະຄອນຫລວງວຽງຈັນ ໄດ້ຄະແນນ 7.00.

ວິຊາເຄມີສາດ:

ອັນດັບທີ 1: ທ້າວ ທົງທໍ່ ໄຊກົວ ມສ ພອນສະຫວັນຊົນເຜົ່າ, ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,00.

ອັນດັບທີ 2 ແລະ ອັນກັບ 3 ບໍ່ມີ.

ໃຫ້ກຽດມອບລາງວັນທີ 1 ໃຫ້ນັກຮຽນເກັ່ງຄັ້ງນີ້ ແມ່ນ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ. ສ່ວນລາງວັນການສອບເສັງນັກຮຽນເກັ່ງປີນີ້ ອັນດັບທີ1 ໄດ້ຮັບຫຼຽນຄໍາ, ເງິນລາງວັນ 8 ລ້ານກີບ

ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ, ອັນດັບທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 7 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ ແລະ ອັນດັບທີ 3 ໄດ້ຮັບຫຼຽນທອງເງິນລາງວັນ 6 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ.

ສ່ວນນັກຮຽນເກັ່ງທີ່ສອບ ເສັງໄດ້ລາງວັນຊົມເຊີຍມີ 22 ຄົນ ຍິງ 14 ຄົນ ໄດ້ຮັບເງິນລາງ ວັນຜູ້ລະ 1 ລ້ານກີບ ແລະ ໃບຊົມເຊີຍຂັ້ນກົມສາມັນສຶກສາ.

ພິເສດ ສຳລັບນັກຮຽນເກັ່ງລະດັບຊາດອັນດັບທີ1ທີ່ຮຽນຈົບ ມປ ທາງກະຊວງມີນະໂຍ ບາຍ ໃຫ້ເລືອກສາຍຮຽນໃດກໍ່ໄດ້ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ຖ້ານັກຮຽນໃດຕ້ອງການຢາກຮຽນວິຊາຄູ ຈະໄດ້ຮັບທຶນໄປ ສສ ຫວຽດນາມ.

ທີ່ມາ: FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button