ສະໄໝນີ້ ຖ້າແຕ່ເງິນເດືອນຢ່າງດຽວບໍ່ກຸ້ມກິນ ປູກໝາກເຜັດຂາຍ ສ້າງລາຍຮັບ 30- 40 ລ້ານກີບ/ປີ

ການເຮັດກະສິກຳ ບໍ່ເຖິງກັບລ້ຳລວຍແຕ່ຖ້າໃຈສູ້ເຮັດຈີງຈັງກໍ່ມີລາຍຮັບຊ່ວຍອຸ້ມຊູຄອບຄົວໄດ້ ຄືຄອບຄົວພະນັກງານທ່ານນີ້

ເພິ່ນບໍ່ອາດລໍຖ້າອາໄສເງິນເດືອນຢ່າງດຽວ ຈິ່ງອອກແຮງບຸກເບີກພື້ນທີ່ປູກໝາກເຜັດ ແລະຂີງເຮັດໃຫ້ມີລາຍຮັບເຂົ້າເພີ່ມປີລະ 30-40ລ້ານກີບ.

ຄອບຄົວຂອງທ່ານ ເນັ່ງທ່າວ ເພຍຫລວງ, ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຮົ່ມ ແຂວງໄຊສົມບູນ ປັດຈຸບັນຢູ່ບ້ານຜາລະແວກ

ເພິ່ນໄດ້ສ້າງອາຊີບເສີມດ້ວຍການປູກໝາກເຜັດ, ປູກຂີງ ແລະ ຜັກ ຂາຍເປັນສິນຄ້າ ສ້າງລາຍໄດ້ເຂົ້າຄອບຄົວ 30 ຫາ 40 ລ້ານກີບຕໍ່ປີ ສາມາດຈຸນເຈືອຄອບຄົວໄດ້ໂດຍພື້ນຖານ.

ທ່ານ ເນັ່ງທ່າວ ເພຍຫລວງ ໃຫ້ຮູ້ວ່າ: ກ່ອນຈະຫັນມາສ້າງອາຊີບເສີມດ້ວຍການປູກພືດປະສົມປະສານ ຂາຍເປັນສິນຄ້າໃນເວລານັ້ນ ຄອບຄົວຂອງເພິ່ນ ຍັງທຸກຍາກຂາດເຂີນ ແລະ ຝືດເຄືອງພໍສົມຄວນ, ສະນັ້ນ ເພິ່ນຈຶ່ງໄດ້ຕັດສິນໃຈປຶກສາຫາລືກັບຄອບຄົວ

..

..

Leave a Reply

Your email address will not be published. Required fields are marked *

Back to top button