ປະກາດປ່ຽນຊື່ ‘Facebook’ ເປັນຊື່ ‘ Meta ‘

Mark Zuckerberg ປະກາດປ່ຽນຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’ Mark Zuckerberg ປະກາດຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’

ແຕ່ຜະລິດຕະພັນຕ່າງໆທີ່ເປັນສື່ສັງຄົມອອນລາຍໃນບໍລິສັດ ຍັງໃຊ້ຊື່ເກົ່າ.ກ່ອນໜ້ານີ້ ຫຼາຍຄົນຄົງຈະເຄີຍໄດ້ຍິນເລື່ອງການປ່ຽນຊື່, ປ່ຽນໜ້າຕາ ແລະ ການປ່ຽນຊື່ຂອງ Facebook.​

ຫຼ້າສຸດແມ່ນ Mark Zuckerberg ໄດ້ມີການປະກາດຢ່າງເປັນທາງການວ່າ ຊື່ໃຫມ່ຂອງບໍລິສັດແມ່ຄື (Meta) ເພື່ອເປັນການສື່ເຖິງພາບລັກຂອງບໍລິສັດ ແລະ ເພື່ອຮອງຮັບບໍລິການໃໝ່ໆໃນອະນາຄົດທີ່ຈະເຮັດໃຫ້ທຸກຄົນກ້າວໄປສູ່ໃບໂລກໃຫມ່, ໂລກສະເໝືອນຈິງ ແລະ ມ່ວນໄປກັບມັນ.

ຈາກນີ້ບໍລິສັດຈະໃຫ້ຄວາມສຳຄັນ metaverse ເປັນອັນດັບທໍາອິດ.ສໍາລັບພາລະບົດບາດນີ້ແມ່ນເພື່ອເລັ່ງການພັດທະນາເຕັກໂນໂລຢີພື້ນຖານ,​ ແພລດຟອມສັງຄົມອອນລາຍ ແລະ ເຄື່ອງມືສ້າງສັນເພື່ອເຮັດໃຫ້ Metaverse ມີຊີວິດ ແລະ ຈະປະສົມປະສານກັບເຕັກໂນໂລຢີເຫຼົ່ານີ້ຜ່ານແອັບສື່ສັງຄົມອອນລາຍ ໂດຍເຊື່ອວ່າ Metaverse

ຈະສາມາດເປີດປະສົບການທາງສັງຄົມທີ່ດີກວ່າສິ່ງທີ່ມີຢູ່ໃນປະຈຸບັນ ເພາະພາຍໃຕ້ບໍລິສັດມີບໍລິການອື່ນໆນອກເຫນືອຈາກເຟສບຸກ.ຢ່າງໃດກໍຕາມ, ຊື່ນີ້ມີການປ່ຽນແປງ ມັນພຽງແຕ່ຈະປ່ຽນຊື່ຂອງບໍລິສັດແມ່ເທົ່ານັ້ນ. ແຕ່ແອັບ ຫຼື ຜະລິດຕະພັນທີ່ເປັນສື່ສັງຄົມອອນລາຍໃນເຄື່ອບໍລິສັດ ຈະໃຊ້ຊື່ເດີມເຊັ່ນ: Instagram, Facebook, WhatsApp ແລະ ອື່ນໆ ຍັງໃຊ້ຊື່ເດີມ.

ຂໍ້ມູນຈາກ: @Mark Zuckerberg

Leave a Reply

Your email address will not be published. Required fields are marked *

Back to top button