ດ່ວນໆ..!! ອອກມາແລ້ວ ຕົວເລກລັດຖະກອນ ຈະຮັບເຂົ້າໃໝ່ໃນປີ 2022 ຈຳນວນ 1,300 ຄົນ

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຂໍ້ຕົກລົງສະບັບເລກທີ 15/ນຍ ລົງວັນທີ 17 ມີນາ 2022 ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປີ 2022 (ຕົວເລກທັງໝົດ 1,300 ຄົນ)”.

ນະຄອນຫຼວງວຽງຈັນ, ວັນທີ 17 ມີນາ 2022 ຂໍ້ຕົກລົງ ວ່າດ້ວຍການແປງຕົວເລກລັດຖະກອນໃຫມ່ ປີ 2022

– ອີງຕາມ ກົດຫມາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 08 ພະຈິກ2016;

– ອີງຕາມ ກົດຫມາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015;

– ອີງຕາມ ການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 14 ກຸມພາ 2012;

– ອີງຕາມ ຫນັງສືສະເຫນີຂອງກະຊວງພາຍໃນ ສະບັບເລກທີ 38/ພນ, ລົງວັນທີ 16 ມີນາ 2022.ນາຍົກລັດຖະມົນຕີ ອອກຂໍ້ຕົກລົງ:ມາດຕາ 01: ເຫັນດີອະນຸມັດແປງຈໍານວນຕົວເລກລັດຖະກອນໃຫl (ໂກຕ້າ) ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງແລະ ທ້ອງຖິ່ນ ໃນປີ 2022 ຈໍານວນ 1.300 ຄົນ, ຊຶ່ງມີລາຍລະອຽດ ດັ່ງນີ້:

I. ບັນດາກະຊວງ, ອົງການທຽບເທົ່າກະຊວງ ຈໍານວນ 906 ຄົນ ດັ່ງນີ້:

1. ກະຊວງການຕ່າງປະເທດ05 ຄົນ;

2. ກະຊວງຍຸຕິທໍາ12 ຄົນ;

3. ກະຊວງການເງິນ25 ຄົນ;

4. ກະຊວງແຜນການ ແລະ ການລົງທຶນ 21 ຄົນ

5. ກະຊວງສຶກສາທິການ ແລະ ກິລາ350 ຄົນ; ມີຄືລັດຖະກອນຄູ ຈໍານວນ 340 ຄົນ. ລັດຖະກອນບໍລິຫານ ຈໍານວນ 10 ຄົນ.

6. ກະຊວງສາທາລະນະສຸກ335 ຄົນ; ລັດຖະກອນແພດ 320 ຄົນ. ລັດຖະກອນບໍລິຫານ 15 ຄົນ

7. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ11 ຄົນ;

8. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ22 ຄົນ;

9. ກະຊວງພາຍໃນ22 ຄົນ;

10. ກະຊວງກະສິກໍາ ແລະ ປ່າໄມ້35 ຄົນ;

Leave a Reply

Your email address will not be published. Required fields are marked *

Back to top button