ສະຫະລັດສຳເລັດການປູກຖ່າຍ “ໝາກໄຂ່ຫຼັງໝູ” ໃຫ້ກັບຄົນສຳເລັດຄັ້ງທຳອິດ

ສຳນັກຂ່າວຕ່າງປະເທດລາຍງານ: ໃນວັນທີ 20 ຕຸລາ 2021, ນັກວິໄຈທີ່ມະຫາວິທະຍາໄລນິວຢອກ, ສະຫະລັດອາເມລິກາ ໄດ້ດຳເນີນການປູກຖ່າຍອະໄວຍະວະໃນຮູບແບບທີ່ເອີ້ນວ່າ

ເອີ້ນວ່າ ‘xenotransplantation’ ຫຼື ການປູກຖ່າຍຈາກສັດຊະນິດອື່ນເປັນເວລາສອງຊົ່ວໂມງ ໂດຍຜ່ານການປູກຖ່າຍໝາກໄຂ່ຫຼັງທີ່ໄດ້ຈາກໝູດັດແປງພັນທຸກຳໃຫ້ກັບຜູ້ປ່ວຍລາຍໜຶ່ງ ເຊິ່ງເປັນເພດຍິງທີ່ຢູ່ໃນສະພາວະສະໝອງຕາຍ, ອາໄສເຄື່ອງຊ່ວຍຫັນໃຈພະຍຸງຊີວິດ.

ໝາກໄຂ່ຫຼັງດັ່ງກ່າວ ຖືກເຊື່ອມຕໍ່ກັບຫຼອດເລືອດທີ່ກົກຂາສ່ວນເທິງຂອງຜູ້ຮັບບໍລິຈາກ ເຊິ່ງເກັບໄວ້ນອກຜົ້ງທ້ອງ ໂດຍຄຸມໄວ້ດ້ວຍອຸປະກອນປ້ອງກັນຕະຫຼອດເວລາ 54 ຊົ່ວໂມງ,

ຈາກການສຶກສາຂອງນັກວິໄຈສັງເກດເຫັນວ່າ ຮ່າງກາຍມີການຜະລິດປັດສະວະ ແລະຄຣີເອຕິນິນ (creatinine) ໃນລະດັບປົກກະຕິທຽບເທົ່າກັບທີ່ເຄີຍພົບເຫັນໃນການປູກຖ່າຍໝາກໄຂ່ຫຼັງແບບປົກກະຕິ ແລະບໍ່ພົບສັນຍານວ່າຮ່າງກາຍຕໍ່ຕ້ານອະໄວຍະວະດັ່ງກ່າວແຕ່ຢ່າງໃດ ເຊິ່ງຂະບວນການທີ່ເກີດຂຶ້ນ ຖືເປັນຊ່ວງເວລາແຫ່ງການປ່ຽນແປງຂອງການປູກຖ່າຍອະໄວຍະວະ ແລະຜົນໄດ້ຮັບກໍດີເກີນຄາດ.

ປັດຈຸບັນສະຫະລັດອາເມລິກາມີຜູ້ກຳລັງຮັບການປູກຖ່າຍອະໄວຍະວະເຖິງ 106,728 ລາຍ, ໃນນັ້ນ 90 ພັນກວ່າລາຍແມ່ນປູກຖ່າຍຕັບ. ຢ່າງໃດກໍຕາມ, ການປູກຖ່າຍອະໄວຍະວະດັ່ງກ່າວແມ່ນຕ້ອງໄດ້ຜ່ານການຍິນຍອມຈາກຄອບຄົວຂອງຜູ້ປ່ວຍ.

ຊົມຄລີບ

ຂໍ້ມູນຈາກ: ໄທຣັດອອນໄລນ໌

Leave a Reply

Your email address will not be published. Required fields are marked *

Back to top button