ເຈົ້າຂອງຫ້ອງແຖວໃຈດີ ມອບອາຫານໃຫ້ຜູ້ຢູ່ອາໄສ ໃນຊ່ວງວິກິດໂຄວິດ

👏👏ຄົນລາວບໍ່ຖິ້ມກັນ! ຂໍຊົມເຊີຍ ເຈົ້າຂອງຫ້ອງແຖວໃຈດີ ມອບອາຫານໃຫ້ຜູ້ຢູ່ອາໄສ ໃນຊ່ວງໄລຍະການລະບາດໂຄວິດ-19 ແບບນີ້.

ນາງ ຄໍາຫຼ້າ ຈັນມະນີ ພ້ອມດ້ວຍຄອບຄົວ ເຊິ່ງເປັນເຈົ້າຂອງຫ້ອງແຖວຕັ້ງຢູ່ບ້ານຈອມເພັດໃຕ້, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

..

..

..

ໄດ້ມອບອາຫານປະເພດ ໄຂ່ໄກ່, ໝີ່, ເຂົ້າສານໃຫ້ແກ່ 20 ຄອບຄົວທີ່ມາພັກເຊົາຢູ່ຫ້ອງແຖວ ເພື່ອຊ່ວຍແບ່ງເບົາພາລະໃຫ້ກັບຜູ້ມາພັກເຊົາໃນຫ້ອງແຖວຂອງຕົນໃນຊ່ວງວິກິດການລະບາດຂອງພະຍາດໂຄວິດ-19.

ເຈົ້າຂອງຫ້ອງແຖວຄົນນີ້ ເຄີຍໃຫ້ການຊ່ວຍເຫຼືອແກ່ຜູ້ມາພັກເຊົາ 1 ຄັ້ງ ດ້ວຍການຫຼຸດລາຄາຫ້ອງແຖວ 2 ເດືອນ ຄື ເດືອນພຶດສະພາ ແລະ ມິຖຸນາ 2021 ຜ່ານມາ

ຈາກລາຄາ 600.000 ກີບ ຕໍ່ຫ້ອງ ເຫຼືອພຽງ 200.000 ກີບ ຕໍ່ຫ້ອງ/ເດືອນ ແລະ ຍັງໄດ້ມອບອາຫານຈຳນວນໜຶ່ງໃຫ້ແກ່ພີ່ນ້ອງທີ່ມາພັກເຊົ່າຢູ່ເຂດຫ້ອງແຖວຂອງຕົນ.

Leave a Reply

Your email address will not be published. Required fields are marked *

Back to top button