ອາຢັດລົດ ແລະ ນໍ້າມັນ ລັກລອບຫນີພາສີ.

ເວລາ 23:00 ໂມງຂອງວັນທີ 15 ພະຈິກ 2022 ນີ້, ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານດານຊີ ເມືອງນາຊາຍທອງ ແລະ ຈຸດປະສານງານ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກັກ ແລະ ອາຍັດລົດບັນທຸກລັກລອບຂົນສົ່ງນໍ້າມັນຫນີພາສີ 2 ຄັນ.

ເຈົ້າຫນ້າທີ່ພາສີ ໃຫ້ຮູ້ວ່າ: ໄດ້ສືບຮູ້ຈະມີການລັກລອບສິນຄ້າໜີພາສີຕາມເສັ້ນທາງ 13 ເໜືອ,ຈຶ່ງໄດ້ອອກຕິດຕາມ, ກວດກາປະເພດລົດສິນຄ້ານໍ້າມັນເຊື້ອໄຟຈຳນວນ 2 ຄັນ.

ຜ່ານການກວດກາ ພົບເຫັນນ້ຳມັນເຊື້ອໄຟເຄື່ອນຍ້າຍບໍ່ຖືກຕ້ອງ (ປະເພດນໍ້າມັນ ກາຊວນ ຈໍານວນ 3.000 ລິດ ແລະ ນໍ້າມັນແອັດຊັງ ຈໍານວນ 4.000 ລິດ, ດັ່ງນັ້ນ ຈິ່ງໄດ້ອາຍັດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

..

ແຫຼ່ງຂ່າວຈາກ ກະຊວງການເງິນ

Leave a Reply

Your email address will not be published. Required fields are marked *

Back to top button