ລັດຖະບານເກົາຫຼີໃຕ້ກຽມອອກຂໍ້ຫ້າມບໍລິໂພກຊີ້ນໝາ

ສຳນັກຂ່າວ CNN ລາຍງານ: ລັດຖະບານເກົາຫຼີໃຕ້ກຳລັງພິຈາລະນາກ່ຽວກັບການອອກຄຳສັ່ງຫ້າມບໍລິໂພກ ລວມທັງຊື້-ຂາຍຊີ້ນໝາ

ເນື່ອງຈາກ ໝາໄດ້ກາຍເປັນສັດລ້ຽງທີ່ກຳລັງໄດ້ຮັບຄວາມນິຍົມສູງໃນເກົາຫຼີໃຕ້ ຂະນະທີ່ລັດຖະບານກຳລັງພະຍາຍາມໃນການປັບປຸງການຈັດສັນສັດລ້ຽງທີ່ຖືກປະຖິ້ມ ພ້ອມກຽມຈັດລະບົບການຂຶ້ນທະບຽນໃນພາກບັງຄັບສຳລັບສັດລ້ຽງປະເພດໝາ.

ທ່ານ ມູນ ແຈອິນ, ປະທານາທິບໍດີເກົາຫຼີໃຕ້ ກ່າວວ່າ: ອາດມີຄວາມຈຳເປັນຕ້ອງໄດ້ມີການອອກຂໍ້ຫ້າມບໍລິໂພກຊີ້ນໝາໃນເກົາຫຼີໃຕ້ ທ່າມກາງການຖົກຖຽງກັນໃນພາກປະຕິບັດຕົວຈິງ ເນື່ອງຈາກຜູ້ສູງອາຍຸສ່ວນໃຫຍ່ໃນເກົາຫຼີໃຕ້ຍັງນິຍົມກັນບໍລິໂພກຊີ້ນໝາ

ພ້ອມກັນນັ້ນກໍຍັງມີຮ້ານອາຫານບາງແຫ່ງໃຫ້ບໍລິການອາຫານທີ່ປຸງແຕ່ງຈາກຊີ້ນໝາ ພ້ອມທັງມີຈຳໜ່າຍຕາມທ້ອງຕະຫຼາດນຳອີກ ຂະນະທີ່ກຸ່ມສະໜັບສະໜູນສັດລ້ຽງກໍໄດ້ຮຽກຮ້ອງໃຫ້ລັດຖະບານສັ່ງປິດຮ້ານອາຫານ ແລະຕະຫຼາດທີ່ຂາຍຊີ້ນໝາທັງໝົດ.

ຖືເປັນຄັ້ງທຳອິດທີ່ປະທານາທິບໍດີເກົາຫຼີໃຕ້ໄດ້ເວົ້າເຖິງການພິຈາລະນາການອອກຄຳສັ່ງຫ້າມບໍລິໂພກຊີ້ນໝາຢູ່ພາຍໃນປະເທດ ທ່າມກາງການຖົກຖຽງກັນຂອງຫຼາຍຝ່າຍໃນເລື່ອງການຈັດຕັ້ງປະຕິບັດຕົວຈິງວ່າຈະສາມາດເຮັດໄດ້ຕາມຂໍ້ຫ້າມ ຫຼື ບໍ່.

Leave a Reply

Your email address will not be published. Required fields are marked *

Back to top button