ແຂວງອຸດົມໄຊແຈ້ງການຂໍລະດົມທຶນແລະການຊ່ວຍເຫຼືອເພື່ອຮັບມືໂຄວິດ

ແຂວງອຸດົມໄຊ ແຈ້ງການລະດົມທຶນ (ເປັນວັດຖຸ,ເປັນເງິນ ແລະເຄື່ອງອຸປະໂພກ-ບໍລິໂພກ)ທີ່ຈຳເປັນເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ເຈົ້າແຂວງອຸດົມໄຊ ຂໍຖືເປັນກຽດແຈ້ງການລະດົມທຶນມາຍັງ ບັນດາຫົວຫນ່ວຍທຸລະກິດ, ຜູ້ປະກອບການ ທັງ ພາຍໃນ ແລະ ຕ່າງປະເທດ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ພາຍໃນແຂວງອຸດົມ ໄຊ ຊາບວ່າ:

ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນປະຈຸບັນ ແມ່ນມີການແຜ່ລະບາດເປັນວົງ ກວ້າງຢູ່ບັນດາບ້ານໃນເທດສະບານແຂວງ ແລະ ບັນດາເມືອງ ທີ່ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ພື້ນຖານເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ຈຶ່ງມີຄວາມຈໍາເປັນສຸມທຸກກໍາລັງແຮງໃນສັງຄົມປະກອບສ່ວນຊ່ວຍກັນ

ໃນການສະກັດກັ້ນ ແລະ ແກ້ໄຂດ້ວຍຈິດໃຈສາມັກຄີປະກອບສ່ວນ ດ້ານທຶນຮອນ, ງົບປະມານ, ອຸປະກອນຮັບໃຊ້ (ຜ້າ ປີດປາກ, ນ້ໍາຢາຂ້າເຊື້ອ, ເຈວລ້າງມື ແລະ ຖົງມື), ເຄື່ອງອຸປະໂພກ-ບໍລິໂພກ (ນ້ໍາດື່ມ, ມີ່ສໍາເລັດຮູບ, ປ່ອງປາ, ໄຂ່ ແລະ ອື່ນໆ) ເພື່ອຈະນໍາໄປແຈກຢາຍ, ຊ່ວຍສະຫນັບສະຫນູນໃຫ້ພະນັກງານແພດ-ຫມໍ້,

ເຈົ້າຫນ້າທີ່ ທີ່ປະຕິບັດຫນ້າທີ່ຢູ່ສູນປິ່ນປົວ, ສູນກັກກັນ ແລະ ເຈົ້າຫນ້າທີ່ຕັ້ງຈຸດກວດກາກັ່ນຕອງຄົນເຂົ້າ-ອອກເມືອງຢູ່ຈຸດຊາຍແດນເຊື່ອມຈອດແຂວງຕໍ່ແຂວງ, ເມືອງ ຕໍ່ເມືອງ ແລະ ບ້ານຕໍ່ບ້ານໃນເຂດທີ່ມີຄວາມສ່ຽງ ເພື່ອບໍ່ໃຫ້ພະຍາດແຜ່ລະບາດເປັນວົງກວ້າງ ແລະ ແກ່ຍາວ. ສະນັ້ນ, ຈຶ່ງ ຮຽກຮ້ອງ, ເຊື້ອເຊີນ ພະນັກງານ, ທະຫານ-ຕໍາຫຼວດ,

ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ ແຂວງ ອຸດົມໄຊ ແລະ ນັກທຸລະກິດ ຢູ່ແຂວງອື່ນ (ຖ້າມີ) ໃຫ້ເຂົ້າຮ່ວມການປຸກລະດົມໃນຄັ້ງນີ້.

ສໍາລັບຜູ້ທີ່ມີເຈດຈໍານົງໃນການອຸປະຖໍເປັນເງິນ, ເປັນວັດຖຸອຸປະກອນຮັບໃຊ້ ແລະ ເຄື່ອງອຸປະໂພກບໍລິໂພກ ແມ່ນສາມາດແຈ້ງເຈດຈໍານົງການອຸປະຖໍນໍາຄະນະສະເພາະກິດຂັ້ນແຂວງ (ອານຸກໍາມະການບໍລິຫານ ແລະ ການເງິນ) ລາຍລະອຽດອ່ານເພີ່ມແຈ້ງການດັ່ງລຸ່ມນີ້

Leave a Reply

Your email address will not be published. Required fields are marked *

Back to top button