ພົບວັດຖຸບູຮານທີ່ເກົ່າແກ່ຈຳນວນ 237 ລາຍການ ມີມູນຄ່າອັນລ້ຳຄ່າ

ພົບວັດຖຸບູຮານທີ່ເກົ່າແກ່ຈຳນວນ 237 ຕົວຢ່າງ​ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປະສັກ (ປະເມີນຄ່າບໍ່ໄດ້)

ມີການລາຍງານຂອງເພຈ ໃນວັນທີ 30 ມິຖຸນາ 2022 ໃນເວລາ 14:24:22 ໂມງ ໂດຍໃສ່ຫົວຂໍ້ວ່າ : Korean cultural heritage investigation team discovers 317 relics in Laos Temple

ໄດ້ມີການຄົ້ນພົບ ວັດຖຸບູຮານ ທີ່ເກົ່າແກ່ ປະເມີນຄ່າບໍ່ໄດ້ ຈຳນວນ 237 ຕົວຢ່າງ​ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປະສັກ ເມືອງຈຳປາສັກ ແຂວງຈຳປາສັກ.

ໂດຍຄະນະນັກສຳຫລວດບູຮານຄະດີ ຈາກ ປະເທດເກົາຫຼີໃຕ້ ເດີນທາງເຂົ້າມາຊ່ວຍ ສ.ປ.ປ.ລາວ ບູຣະນະປະຕິສັງຂອນຜາສາດຫີນວັດພູ

ໃນການສຳຫລວດກວດກາໃນຄັ້ງນີ້ ໄດ້ມີການຄົ້ນພົບວັດຖຸບູຮານ 237 ຕົວຢ່າງ​ ເຊິ່ງປະກອບມີ ຄໍາ, ແຫວນ ອັນຍະມານີ, ພຣະພຸດທະຮູບ ທີ່ຝັງໄວ້ໃຕ້ດິນ,

ເຊິ່ງຄາດວ່າວັດຖຸບູຮານດັ່ງກ່າວສ້າງໃນສະໄຫມຂອມ ທີ່ຈະເຣີນຮຸ່ງເຮືອງ ແລະແຜ່ອິດທິພົນມາສູ່ດິນແດນຂົງເຂດນີ້ເມືອປະມານ​ 900 ປີກ່ອນ.​

,,

Leave a Reply

Your email address will not be published. Required fields are marked *

Back to top button