ອ່ານໃຫ້ຈົບເດີ !.. ນີ້ຄື ຄວາມຮັກອັນນິລັນ ຂອງ ສາມີ ແລະ ພັນລະຍາ

ນີ້ຄື ຄວາມຮັກອັນນິລັນ ຜົວ-ເມຍ . ເມື່ອອ່ານແລ້ວຢ່າລື່ມແຊໃຫ້ຄູ່ຮັກໄດ້ອ່ານເດີ້..​ບັງຄັ້ງອ່ານເລື່ອງນີ້ຈົບແລ້ວຈົບແລ້ວກໍ່ຮູ້ຮັກກັນກ່ວາເກົ່າ..​

ເມຍ ເວົ້າໃຫ້ຜົວວ່າ: ທີ່ຮັກ ບໍ່ຕ້ອງສົ່ງຂ້ອຍໄປໂຮງໝໍ ເດີ ຂ້ອຍພໍໃຈທີ່ຈະຈາກເຈົ້າຢູ່ໃນເຮືອນນີ້ ແລະ ຂໍຈັບມືອັນຮັກຫອມທີ່ອົບອຸ່ນແລະ ຕ້ອງການໄດ້ຍິນຄຳເວົ້າອັນມ່ວນໆຂອງເຈົ້າ ຈົນຮອດວິນາທີ ສຸດທ້າຍມີຄ່າກ່ວາ ໄປໂຮງໝໍກໍ່ຊ່ວຍບໍ່ໄດ້.

ຜົວກໍ່ຮັບປາກ ແລະ ເຂົ້າໄປໃກ້ໆເມຍ ທັງເດມືໃຫ້ເມຍຈັບຢ່າງອົບອຸ່ນ ແລະ ຈູບແກ້ມເມຍເບົາໆ ທັງເລົ່າເລື່ອງຄວາມຮັກຕັ້ງແຕ່ມື້ທຳອິດ, ຄືນທຳອິດທີ່ພວກເຂົາພົບກັນ, ຢູ່ກິນນຳກັນ ແລະ ເຄີຍໄປຫຼິ້ນທ່ຽວນຳກັນຫຼາຍບ່ອນໃນອາດິດຈົນຮອດປະຈຸບັນສູ່ເມຍຟັງ

ທັງຍິ້ມຫວານໆສັກສາຍຕາໃຫ້ເມຍ ບາງຕອນກໍ່ແມ່ນເມຍ ເປັນຜູ້ເລົ່າ ພວກເຂົາລົມກັນເລົ່າເລຶ່ອງໄປມາໄດ້ຫຼາຍຊົ່ວໂມງ ແລ້ວຜູ້ເປັນເມຍ ຈິ່ງລັບຕາຄາມື ຈາກຜູ້ເປັນຜົວໄປຢ່າງຍິ້ມແຍ້ມ ແລະ ພໍໃຈ.

ໃນເມື່ອເຈົ້າຮັບປາກວ່າ ຈະຮັກເຂົາຕະຫຼອດໄປ ນີ້ຄືວັນທີ່ມາເຖິງ ແລະ ວັດແທດວ່າແທ້ຫຼື ບໍ່…?ເຂົາກໍ່ພໍໃຈມອບຕົວ ມອບກາຍ ຢູ່ກັບເຈົ້າຈົນຮອດວິນາທີສຸດທ້າຍ ເຖິງຈະຈາກໄປແລ້ວ ກໍ່ຍັງຈະຈຳເອົາຄວາມຮັກຈາກເຈົ້າໄປນານແສນນານ

Leave a Reply

Your email address will not be published. Required fields are marked *

Back to top button