ຄາດຕະກຳໂຫດ ຂ້າພໍ່ແມ່ລູກ 3 ສົບ

ຄາດຕະກຳໂຫດ ຂ້າພໍ່ແມ່ລູກ 3 ສົບ!!

——————–//————————–

ໃນຄືນວັນທີ່ 04/06/2023 ມີພໍ່ແມ່ແລະລູກ2ຄົນຄອບຄົວໜຶ່ງໄດ້ໄປນອນຢູ່ໄຮ່ ຮອດເວລາ ປະມານ 12ຫາ 1 ໂມງ ກາງຄືນ ມີຄົນມາເອີ້ນຜູ້ເປັນພໍ່ສອງເທື່ອແຕ່ລາວບໍຕື່ນມາຄົນຮ້າຍຈຶງໃຊ້ມີດງັດປະຕູເຂົ້າໄປຂ້າຜູ້ເປັນເມຍກ່ອນແລ້ວກໍໃຊ້ປືນຍີງຜູ້ເປັນຜົວຈົນເສຍຊີວິດຄາທີ

ຢັງບໍ່ພໍຄົນຮ້າຍໄດ້ໃຊ້ອາວຸດປືນໃນມືຍິງເດັກນ້ອຍອາຍຸ7ເດືອນນຳ ລູກສາວຜູ້ເສຍຊີວິດອາຍຸ12ປີ ໄດ້ຕື່ນມາເຫັນຈຶ່ງເເລ່ນໜີເຂົ້າປ່າ

ຈາກນັ້ນຜ່ານມາປະມານ 2_3ຊົ່ວໂມງຜູ້ເປັນລູກສາວກໍກັບມາເອົາໂທລະສັບ ເຫັນພໍ່ກັບແມ່ແລະນ້ອງຊາຍເສຍຊີວິດໝົດແລ້ວ

ລາວກໍໄດ້ໂທຫາຜູ້ເປັນແມ່ເຖົ້າບອກໃຫ້ມາຊ່ວຍແດ່ ຫຼັງຈາກນັ້ນລາວກໍໄດ້ແລ່ນໄປຫຼີຢູ່ໃນປ່າຈົນຕຳຫຼວດແລະທຸກຄົນໄປຮອດ.

ຄອບຄົວຜູ້ເສຍຊິວິດແມ່ນຢູ່ ບ້ານໝອງຂຽວ ເມືອງໝອງແຮດ ແຂວງຊຽງຂວາງ

Leave a Reply

Your email address will not be published. Required fields are marked *

Back to top button