ໃໝ່ລ່າສຸດ! ອຸຕຸແຈ້ງເຕືອນ ກຽມຮັບມືກັບຝົນຕົກໜັກ ພ້ອມຟ້າຮ້ອງ – ຟ້າເຫຼື້ອມ(14 ມີນາ 2022 )
ພະຍາກອນອາກາດ ປະຈໍາວັນທີ 14 ມີນາ 2022
ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ເພີ່ມກໍາລັງແຮງຂຶ້ນປົກຄຸມເຂດພາກເຫນືອຂອງປະເທດລາວ ສົມທົບກັບກະແສ ລົມຕາເວັນຕົກ ແລະ ລົມຕາເວັນອອກພັດປົກຄຸມ.
ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດໃນເຂດດັ່ງກ່າວ ແລະ ອາກາດຮ້ອນ ຫາ ຮ້ອນເອົ້າ ໃນເຂດພາກກາງ ລົງຫາພາກໃຕ້ ພ້ອມ ມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 14/03/2022 ຫາ ເວລາ 07 ໂມງ ຂອງວັນທີ 15/03/2022 ພາກເຫນືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ):
ອາກາດເຢັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 30 ອົງສາ.
ພາກເຫນືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງ ພາກ.
ອຸນຫະພູມໃນລະຫວ່າງ 18 – 36 ອົງສາ.ນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 25 – 36 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະ ມີມລົມພັດແຮງເປັນບາງໂອກາດຢູ່ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 20 – 37 ອົງສາ.ແຂວງໄຊສົມບູນ:
ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມໃນ ລະຫວ່າງ 15 – 28 ອົງສາ.ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22 – 38 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14 – 30 ອົງສາ.