ສາມີພັນລະຍາເສຍຊີວິດມື້ດຽວກັນ ຫຼັງຕິດໂຄວິດ ເຊິ່ງທັງສອງບໍ່ທັນສັກວັກຊີນ

ຈາກການລາຍງານຂອງສຳນັກງານຂ່າວຕ່າງປະເທດວ່າ: ໃນວັນທີ 3 ມັງກອນ 2022 ທີ່ຜ່ານມາ ມີສາມີພັນລະຍາຈາກ ລັດຄາລິຟໍເນຍ, ສະຫາລັດອາເມຣິກາ ເຊິ່ງຍັງບໍ່ສັກວັກຊີນປ້ອງກັນໂຄວິດ-19

ຫຼັງຈາກຕິດເຊື້ອກໍໄດ້ເສຍຊີວິດພ້ອມກັນ ຖິ້ມລູກທັງ 4 ຄົນ, ໂດຍຄົນທີ່ເສຍຊີວິດແມ່ນ ທ້າວ ອາວວາໂຣ ເຟີນານເດດ ອາຍຸ 44 ປີ ແລະ ນາງ ຊີວເວຍ ເຟີນານເດດ ຈາກລັດຄາລິຟໍເນຍ, ສະຫະລັດອາເມຣິກາ ເຊິ່ງຍັງບໍ່ສັກວັກຊີນທັງຄູ່ ຕ້ອງມາຈົບຊີວິດໃນວັນທີ 19 ທັນວາ 2021 ທີ່ຜ່ານມາ.

ນ້ອງສາວຂອງຜູ້ເສຍຊີວິດໄດ້ເປີດເຜີຍອີກວ່າ: ອ້າຍຂອງລາວບໍ່ຍອມສັກວັກຊີນປ້ອງກັນໂຄວິດ-19 ເພາະຖ້າເບິ່ງຂໍ້ມູນການວິໄຈໃຫ້ຫຼາຍກວ່ານີ້ກ່ອນເຂົາຈຶ່ງຈະໄປສັກວັກຊີນ,

ຫຼັງຈາກທັງຄູ່ອ້າຍຕົນເອງ ແລະ ເອື້ອຍໄພ້ບໍ່ໄດ້ຮັບການສັກວັກຊີນແລ້ວ ແລະ ມີຜົນກວດອອກມາວ່າຕິດເຊື້ອໂຄວິດ-19 ຜ່ານມາບໍ່ດົນທັງສອງກໍເສຍຊີວິດໃນມື້ດຽວກັນ.

Leave a Reply

Your email address will not be published. Required fields are marked *

Back to top button