ເຜົາທະນາຄານ ຫຼັງຖືກປະຕິເສດການກູ້ຍຶມເງິນຈຳນວນ 721 ລ້ານກີບ.

ທ້າວ ວາຊິມ ມູລາ ອາຍຸ 33 ປີ ໄດ້ເຮັດເລື່ອງຂໍກູ້ເງິນຈາກທະນາຄານແຫ່ງໜຶ່ງເປັນເງິນຈຳນວນ 6.1 ລ້ານລູປີ ຫຼື ປະມານ 721.000.000 ກີບ

ເມື່ອເດື່ອນທັນວາທີ່ຜ່ານມາ ແຕ່ວ່າຄຳຂໍຂອງເຂົາກໍຖືກປະຕິເສດໄປ ເນື່ອງຈາກເຂົາບໍ່ມີຄຸນນະສົມບັດພໍທີ່ຈະຢືມເງິນ ຈົນມາເຖິງວັນທີ 9 ມັງກອນທີ່ຜ່ານມາລາວໄດ້ຂີ່ລັດຈັກໄປທີ່ທະນາຄານດັ່ງກ່າວ ຫຼັງຈາກນັ້ນກໍທຸບແກ້ວ ແລະ ໄດ້ຊີດສະເປເຄມີຊະນິດໜຶ່ງໃສ່ແລ້ວຈູດໄຟ.

ເຊິ່ງເຫດການດັ່ງກ່າວມີພະຍານຜູ້ເຫັນເຫດການໄດ້ເລົ່າວ່າ: ຫຼັງຈາກທີ່ສັນຍານໄຟໄໝ້ດັງຂຶ້ນເຂົາກໍເຫັນຄວັນລອຍອອກມາຈາກພາຍໃນອາຄານ ຊາວບ້ານໃນແຖວນັ້ນຈຶ່ງໄດ້ຮີບຄວບຄຸມໂຕ ທ້າວ ວາຊິມ ໄວ້ຈົນກວ່າເຈົ້າໜ້າທີ່ຕຳຫຼວດຈະມາຮອດ

ຜ່ານການສືບສວນສອບສວນຂອງເຈົ້າໜ້າຕຳຫຼວດໄດ້ບອກວ່າ: ຜູ້ກໍ່ເຫດເກີດໃຈຮ້າຍຫຼາຍທີ່ທາງທະນາຄານບໍ່ໃຫ້ກູ້ຢືມເງິນ ຈາກນັ້ນຈຶ່ງໃຊ້ສະເປເຄມີຊີດແລ້ວຈູດໄຟເຜົາ.

ຫຼັງຈາກເຈົ້າໜ້າທີ່ສາມາດຄວາມຄຸມໄຟໄວ້ໄດ້ ຈຶ່ງຮູ້ວ່າເຫດການໄຟໄໝ້ໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍໂດຍມີຄອມພິວເຕີ 5 ເຄື່ອງ, ພັດລົມ, ປຶ້ມຝາກເງິນ, ເຄື່ອງນັບເງິນ ແລະ ເງິນສົດຈຳນວນ 1.2 ລ້ານລູປີ ຫຼື ປະມານ 371 ລ້ານກີບ.(ເຫດນີ້ເກີດຢູ່ ປະເທດອີນເດຍ)​

ຊົມຄລີບ

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button