ຈຳເປັນຕ້ອງ Lockdown ອີກຄັ້ງຫຼືບໍ່?

ຈຳນວນຜູ້ຕິດເຊື້ອໂຄວິດ-19 ເພີ່ມສູງຂື້ນ ຈຳເປັນຕ້ອງ Lockdown ອີກຄັ້ງຫຼືບໍ່?
ຊ່ວງນີ້ສັງເກດເຫັນໄດ້ວ່າຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19 ເພີ່ມຂື້ນ

ຈຳນວນຫຼາຍ ໂດຍສະເພາະມາຈາກສາຍພັນໂອໄມຄອນ ເຮັດໃຫ້ມີກະແສຂ່າວວ່າຈະມີການ Lockdown ອີກຄັ້ງ ເຊິ່ງທາງ 10 STORY ວິເຄາະແລ້ວວ່າ “ບໍ່ຄວນກັບມາ Lockdown ອີກຄັ້ງ” ເປັນຫຍັງຄືວິເຄາະເເນວນັ້ນ?

1.) ການ Lockdown ແຕ່ລະຄັ້ງຈະເຮັດໃຫ້ຜູ້ຕິດເຊື້ອລົງກໍ່ຈີງ ແຕ່ຕ້ອງແລກມາດ້ວຍຕົ້ນທຶນທາງເສດຖະກິດມະຫາສານ ເຊິ່ງປະເມີນແລ້ວບໍ່ຄຸ້ມຄ່າກັບຜົນເສຍຫາຍທີ່ເກີດຂື້ນ ໂດຍສະເພາະອັດຕາແລກປ່ຽນທີ່ອ່ອນຄ່າລົງຫຼາຍໃນຊ່ວງການລ໊ອກດາວ ສັງເກດເຫັນໄດ້ນັບຈາກໄຕມາດ 2 ປີ 2020 ປະເທດລາວເລີ່ມ Lockdown ເປັນຕົ້ນມາ

ເງິນກີບອ່ອນຄ່າໄປແລ້ວ 30.25% ຫນາຍຄວາມວ່າເຮົາຕ້ອງໃຊ້ເງີນເພີ່ມອີກ 30% ໃນການຊື້ເຄື່ອງຈາກຕ່າງປະເທດ (ເບີ່ງຮູບ Graph ໄດ້ຢູ່ຄອມເມັນ)

2.) ການ Lockdown ແຕ່ລະຄັ້ງສົ່ງຜົນຕໍ່ຫົວໜ່ວຍທຸລະກິດເຕັມໆ ເຮັດໃຫ້ພາກທຸລະກິດບໍ່ສາມາດເປີດໄດ້ ສົ່ງຜົນໃຫ້ຜູ້ປະກອບການບໍ່ມີທຶນ ຕ້ອງປິດກິດຈະການ ທີ່ສຳຄັນບໍ່ແມ່ນທຸລະກິດທີ່ປິດຕົວໄປເທົ່ານັ້ນ

ແຕ່ຍັງລວມເຖິງພະນັກງານທີ່ຕົກງານ ບໍ່ມີວຽກເຮັດງານທຳໄປພ້ອມ (ລອງນືກພາບຖ້າເຮົາບໍ່ມີລາຍຮັບເຂົ້າມາເລີຍ 1 ເດຶອນ 3 ເດຶອນ 6 ເດຶອນ ເຮົາຈະຢູ່ໄດ້ຫຼືບໍ່? ເພາະປະຈຸບັນຫາກໍ່ມີບາງທຸລະກິດເລີ່ມກັບມາເປີດ ແຕ່ຕ້ອງມາປິດອີກຄັ້ງ ແອັດວ່າບໍ່ຄ່ອຍຢຸດຕິທຳສຳລັບເຂົາປານໃດ ເພາະເຂົາບໍ່ມີເງິນປະຈຳຄືເຮົາ ທີ່ສຳຄັນບໍ່ໃຜຊ່ວຍລາຍຈ່າຍໃຫ້ເຂົາເລີຍ)

3.) ເສດຖະກິດບ້ານເຮົາເປາະບາງເກີນໄປ ທີ່ຈະມາ Lockdown ອີກຄັ້ງ ເເລ້ວເປີດໃຫມ່ ແລ້ວລ໋ອກໃຫມ່ ແລ້ວເປີດໃຫມ່ ແຕກຕ່າງຈາກຕ່າງປະເທດທີ່ເຂົາລ໋ອກດາວ ແຕ່ເສດຖະກິດເຂົາຍັງເຂັ້ມແຂງຢູ່ ແຕ່ການ Lockdown ບ້ານເຮົາມີແຕ່ຢ່າງດຽວທີ່ດີຂື້ນຄື ຈຳນວນຜູ້ຕິດເຊື້ອຫຼຸດລົງ ແຕ່ບັນຫາອື່ນໆຕາມຈຳນວນຫຼາຍ

4.) ເຮົາຢູ່ກັບໂຄວິດມາເປັນເວລາ 2 ປີ ແລ້ວ ເຮັດໃຫ້ເຮົາມີຄວາມຄຸ້ນເຄີຍແລະປັບໃຊ້ຊີວິດຢູ່ຮ່ວມກັບມັນໄດ້ແລ້ວ ເພາະສັງເກດໄດ້ວ່າ ໃຜທີ່ຮູ້ວ່າຕິດເຊື້ອກໍ່ກັກຕົວດ້ວຍຕົວເອງ ບໍ່ຈຳເປັນເພິ່ງສະຖານທີ່ກັກຕົວ ຫຼື ໂຮງຫມໍແລ້ວ ຖ້າອາການບໍ່ຮຸ້ນແຮງ

5.) ແຕ່ລະປະເທດເລີ່ມບໍ່ສົນໃຈຈຳນວນຜູ້ຕິດແລ້ວ ແຕ່ຈະໄປ Focus ຈຳນວນຜູ້ເສຍຊີວິດ ແລະ ອັດຕາຄວາມຮຸ້ນແຮງໃນການເຂົ້າໂຮງຫມໍແທນ ເຊິ່ງພາບນີ້ໃຜທີ່ມັກເບີ່ງເຕະບານ Prime League ອັງກິດ ຈະເຫັນໄດ້ວ່າຕັ້ງເເຕ່ເປີດລະດູການໃນເດຶອນ 9 ປີທີ່ແລ້ວ ມີຄົນເຂົ້າເບີ່ງບານເຕັມເດີ່ນຕະຫຼອດ ເຖິງແມ້ວ່າຈຳນວນຜູ້ຕິດເຊື້ອໂອໄມຄອນໃນປະເທດອັງກິດຈະຂື້ນເເຕະມື້ລະ 2-3 ແສນຄົນກໍ່ຕາມ ເເຕ່ປະເທດອັງກິດບໍ່ເຄີຍກັບມາລ໋ອກດາວຄືນເລີຍ

6.) ເຊິ່ງມາເບິ່ງພາບໃນ ສປປ ລາວ ໃນປະຈຸບັນ ຈຳນວນຜູ້ຕິດເຊື້ອໂຄວິດສູງກໍ່ຈິງ ແຕ່ແອັດສັງເກດເຫັນວ່າຈຳນວນຜູ້ເສຍຊີວິດ ແລະ ອັດຕາການເຂົ້າໂຮງຫມໍຕໍ່າຫຼາຍ ດັ່ງນັ້ນແອັດຄິດວ່າຄວນ focus ປະເດັ່ນນີ້ຫຼາຍກວ່າໄປ focus ຈຳນວນຜູ້ຕິດເຊື້ອ

7.) ໂຄວິດສາຍພັນໂອໄຄຄອນຕິດງ່າຍ ແຕ່ກໍ່ມີຫຼາຍງານວິໄຈອອກມາແລ້ວວ່າຄວາມຮຸ້ນແຮງຫຼຸດລົງ ໃນຂະນະດຽວກັນ ການທີ່ຈະໃຫ້ຕົວເລກຜູ້ຕິດເຊື້ອສູນຄົນ ເປັນໄປໄດ້ຢາກ ແລະ ຢ່າລືມວ່າພະຍາດໂຄວິດເປັນສິ່ງຄວບຄຸ້ມບໍ່ໄດ້ ສັ່ງມັນບໍ່ໄດ້ ເຊິ່ງເຮົາຈະສັງເກດຫຼາຍຄົນແທບບໍ່ໄດ້ໄປໃສເລີຍຍັງຕິດໄດ້ ທີ່ສຳຄັນມັນຍັງຢູ່ເຮົາອີກຫຼາຍປີຢູ່ ດັງນັ້ນຈື່ງຢາກໃຫ້ໄປໂຟກັດ ຂໍ້ 6

8.) ປະຈຸບັນປະເທດລາວມີວັກຊີນຫຼາຍແລ້ວ ແຕກຕ່າງຊ່ວງທຳອິດທີ່ເຮົາຍັງບໍ່ມອາວຸດໃນການຮັບມືໂຄວິດ ມີຄວາມຈຳເປັນຕ້ອງ Lockdown ແຕ່ສະຖານະການປະຈຸບັນວັນຊີນມີຄວາມພ້ອມຫຼາຍຂື້ນ ບໍ່ຈຳເປັນຕ້ອງໄປຍາດກັນຄືເມື່ອແຕ່ກ່ອນ ແລະ ທີ່ສຳຄັນກໍ່ມີຢາປົວດີແລ້ວ

9.) ງານວິໄຈອອກມາວ່າ ພູມຄຸ້ມກັນການຕິດໂຄວິດ(ຖ້າຕິດໂຄວິດ)ຈະມີພູມຄຸ້ມກັນປະມານ 2 ປີ ແຕ່ຖ້າເຮົາສິດວັກຊີນຈະມີພູມຄຸ້ມກັນໄດ້ປະມານ 5-6 ເດຶອນ (ດັ່ງນັ້ນບາງຄັ້ງແອັດຄິດວ່າ ຢາກຕິດໂຄວິດໃຫ້ມັນແລ້ວໆໄປເລີຍ ບໍ່ຕ້ອງມານັ່ງກັງວົນວ່າໄປໃສມາໃສຈະຕິດໂຄວິດຫຼືບໍ່ ແລະ ບາງຄັ້ງກໍ່ບໍ່ຢາກຊັກຢາເຂັມ 4 ເຂັມ 5 ອີກ ແຕ່ຖ້າໃຜຈະຄິດແບບແອັດຄວນປະເມີນສຸຂະພາບໃຫ້ດີ ແລະ ຕ້ອງໄດ້ຮັບວັກຊີນຢ່າງຫນ່ອຍ 2 ເຂັມມາກ່ອນ)

10.) ຫຼຸດພາລະລັດຖະບານທີ່ຕ້ອງມາກັງວົນເລື່ອງນີ້ ເພາະປະຈຸບັນຄິດວ່າບັນທາງດ້ານເສດຖະກິດ ບັນຫາປາກທ້ອງປະຊາຊົນມີຄວາມສຳຄັນຫຼາຍກວ່າ ເຊິ່ງທີ່ຜ່ານມາລັດຖະບານແກ້ໄຂບັນຫາເລື່ອງໂຄວິດໄດ້ດີ ແຕ່ບໍ່ໄດ້ປະເມີນບັນຫາດ້ານເສດຖະກິດເທົ່າທີ່ຄວນ

ສະຫຼຸບ: ທາງ 10 Story ວິເຄາະແລ້ວວວ່າ “ບໍ່ຄວນກັບມາ Lockdown ອີກຄັ້ງ” ເພາະບໍ່ຄຸ້ມກັບຄວາມເສຍຫາຍທາງເສດຖະກິດທີ່ເກີດຂື້ນ ແລະ ປະຈຸບັນປະເທດລາວມີວັກຊີນໃນກັບຮັບມືແລ້ວ ຢາປົ່ວໂຄວິດກໍ່ມີແລ້ວ ແລະ ຢາກໃຫ້ຜູ້ກຳນົດນະໂຍບາຍ Focus ອັດຕາຄວາມຮຸນແຮງໃນການເຂົ້າໂຮງຫມໍ ແລະ ອັດຕາການເສຍຊີວິດຫຼາຍກວ່າ ຖ້າຕົວເລກຈຳນວນຜູ້ເສຍຊີວິດແລະເຂົ້າໂຮງຫມໍກັບມາຂື້ນສູງຄ່ອຍນຳມາພິຈາລະນາການ lockdown ອີກຄັ້ງ (ຂໍ້ສະເຫນີວິທີແກ້ສຳລັບມີຈຳນວນຜູ້ຕິດເຊື້ອສູງຢູ່ຄອມເມັນທາງດ້ານລຸ່ມ)

ໜາຍເຫດ: ຖ້າແອັດວິເຄາະຜິດພາດປະການໃດ ຕ້ອງຂໍໂທດ ຂໍອະໄພນຳ. ແຕ່ສີ່ງທີ່ແອັດວິເຄາະເພາະຢາກໃຫ້ເບິ່ງພາບກວ້າງຂື້ນ ເບີ່ງໃຫ້ເຫັນຫຼາກຫຼາຍມິຕິຂື້ນ ແລ້ວທຸກຄົນມີຄວາມເຫັນວ່າແນວໃດ? ສາມາດຄອມເມັນໄດ້

ຂໍ້ມູນ ຈາກ 10 STORY ເລື່ອງເລົ່າຂອງ 10

ຮຽບຮຽງ: KM

Leave a Reply

Your email address will not be published. Required fields are marked *

Back to top button