ນ້ຳຕາຊືມ! ຂັບລົດໄປສົ່ງໄຂ່ ໝາແລ່ນຕັດໜ້າລົດປີ້ນໄຂ່ແຕກຊະ

ນ້ຳຕາຊືມ! ຂັບລົດໄປສົ່ງໄຂ່ ໝາແລ່ນຕັດໜ້າລົດປີ້ນໄຂ່ແຕກຊະ 30ພັນຫນ່ວຍ

ສະຖານີຕຳຫຼວດ (ປະເທດໄທ) ລາຍງານວ່າໄດ້ຮັບແຈ້ງເຫດມີລົດປີ້ນຂວ້ຳ ຈຶ່ງໄປກວດສອບຈຸດເກີດເຫດ ພົບກະບະດັດແປງເປັນຕູ້ ປີ້ນຫງາຍທ້ອງຕີນລົດຊີ້ຟ້າຂ້າງທາງ ສະພາບພັງເສຍຫາຍ ລໍ້ຫຼັງດ້ານຂວາແຕກ

,,

ເຊິ່ງຜູ້ຂັບລົດບໍ່ໄດ້ຮັບບາດເຈັບ ແຕ່ໄຂ່ໄກ່ທີ່ບັນທຸກຈຳນວນ 2ໂຕນ 1.000 ແຜງ ລວມ 30.000 ໜ່ວຍ ແຕະກະຈາຍໄປທົ່ວ ມີເຫຼືອເກັບໄດ້ພຽງ 16 ໜ່ວຍເທົ່ານັ້ນ

ສອບຖາມເບື້ອງຕົ້ນຄົນຂັບເປີດເຜີຍວ່າ ກຳລັງຂັບລົດບັນທຸກໄຂ່ຈາກຟາມກຳລັງຈະໄປສົ່ງລູກຄ້າ ເມື່ອຮອດຈຸດເກີດເຫດມີໝາແລ່ນຕັດໜ້າລົດ ຈຶ່ງຫັກລົບເຮັດໃຫ້ຢາງແຕກ ກ່ອນເສຍຫຼັກພຸ່ງລົງຂ້າງທາງແລ້ວປີ້ນຂວ້ຳດັ່ງກ່າວ.

,,

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button