ສາວນັກ​ບິນ​ ເສຍຊີວິດ​ຫຼັງ​ຖືກຍຸງ​ກັດ ໄດ້ 5 ວັນ

ນັກ​ບິນ​ຊາວ​ຝຶກ​ຫັດ​ອັງ​ກ​ິດ ເສັຍຊີວິດ​ຫຼັງ​ຖືກ ຢຸງ​ກັດ…ວັນທີ 7 ກໍລະກົດ 2022. ສຳນັກງານຂ່າວ ບີ​ບີ​ຊີ ລາຍ​ງານ​ ການ​ພິຈາລະນາ​ຄະດີ​ການ​ເສຍຊີວິດ​ຂອງ ນາງ.ສາວ.ໂອ​ເຣຍ​ນາ ເປບ​ເປ​ອ​ຣ​໌ ໄວ 21 ປີ ນັກ​ບິນ​ຊາວ​ຝຶກ​ຫັດ​ອັງ​ກ​ິດ

ຈາກ​ເມືອງ​ເບີ​ຣີ ເຊນ​ຕ​໌ ເອັດ​ມັນ​ດົ໌ດ ເທດ​ມົນ​ຖ​ົນ​ຊ​ັ​ຟ​ຟໍ​ລົ໌ກ ສາຍ​ການ​ບິນ​ພາ​ນິ​ຊ​ຢ​໌​ອີ​ຊີ​ເຈັດ ຂະນະ​ຢູ່ໃນ​ເມືອງ​ອັນ​ທ​໌​ເ​ວິ​ຣົ໌ບ​ຂອງ ​ເບນ​ຢຽມ​ ເມື່ອ​ເດືອນ​ຜ່ານມາວ່າ ສາ​ເຫດ​ມາ​ຈາກ​ການ​ຖືກ​ຢຸງ​ກັດ​ຈົນ​ນັກ​ບິນ​ຊາວ​ຝຶກ​ຫັດ​ມີ​ອາການ​ຕິດ​ເຊື້ອ​ທີ່​ລຸກ​ລາມ​ໄປ​ເຖິງ​ສະຫມອງ​ແລະ​ເສຍຊີວິດ 5 ມື້​

,,

ຫຼັງ​ຈາກ​ນັ້ນ ໄນ​ເຈນ ພາ​ຣົ໌ດ​ລີ​ຢ​໌ ເຈົ້າ​ຫນ້າທີ່​ຊັນ​ສູດ​ສະ​ພະ​ດັບ​ສູງ​ແຫ່ງ​ເທດ​ມົນ​ຖ​ົນ​ຊ​ັ​ຟ​ຟໍ​ລົ໌ກ ລະ​ບຸ​ໃນ​ການ​ສະຫລຸບ​ການ​ບັນລະຍາຍ​ວ່າ ເປັນ​​ໂຊ​ກຣ້າຍ​ສຳລັບ​ນາງ ​ສາວ​ຜູ້​ມີ​ອາ​ຊີບ​ການ​ງານ​ຢອດ​ຢ້ຽມ​

ສານ​ຊັນ​ສູດ​ສົບ​ເທດ​ມົນ​ຖ​ລົນຊ​ັ​ຟ​ຟໍ​ລົ໌ກ ໃນ​ເມືອງ​ອິ​ປົດ​ວິດ ​ວ່າ ນາງ.ສາວ.ເປບ​ເປ​ອ​ຣ​໌​ ຜ່ານ​ການ​ສອບ​ພາກ​ທິດສະດີ​ໂຄງ​ການ​ຂອງ​ອີ​ຊີ​ເຈັດ​ໃນ​ເມືອງ​ອອກ​ຊ​໌​ຟໍ​ຣົ໌ດ ແລະ ​ເດິນທາງ​ໄປ​ເບນ​ຢຽມ​ເມື່ອ​ເດືອນຜ່ານມາ ເພື່ອ​ຮຽນ​ຮູ້​ຫຼັກ​ສູດ​ການ​ບິນ​ດ້ວຍ​ເຄື່ອງ​ວັດແທກ​ປະກອບ​ການ​ບິນ

ນາງ.ສາວ .ໂອ​ເຣຍ​ນາ ເປບ​ເປ​ອ​ຣ ​ເຂົ້າ​ຮັກສາ​ຕົວ​​​ໃນ​ໂຣງ​ພະ​ຢາ​ບານ ຫຼັງ​ຖືກ​ຢຸງ​ກັດ​ທີ່​ຕາ​ຂ້າງ​ຂວາ ແລະ​ເບິ່ງ​ຈະ​ບວມ​ແລະ​ຕິດ​ເຊື້ອ ຈາກ​ນັ້ນ ນາງ.ສາວ.ໂອ​ເຣຍ​ນາ ​ໄດ້ຮັບ​ຢາ​ກິນ ແລະ​ ນາງກໍກັບ​ໄປເຮືອນ. ແຕ່ 2 ມື້​ຕໍ່​ມາ ນາງສາວ..ໂອ​ເຣຍ​ນາ​ ຖືກ​ສົ່ງ​ກັບ​ມາ​ໂຣງ​ພ​ະຢາ​ບານ​ເມື່ອ​ແຟນ​ໜຸ່ມຂອງລາວ​ເຫັນນາງ​​ລົ້ມ​ລົງ​ໄປ

ນາງ.ສາວ.ເປບ​ເປ​ອ​ຣ​໌​ ໄດ້ເສຍຊີວິດ​ໃນ​ໂຮງ​ພະ​ຢາ​ບານ ໃນ 3 ມື້​ຕໍ່​ມາ..ສາ​ເຫດ​ທາງ​ການ​ແພດ​ຂອງ​ການ​ເສຍຊີວິດ​ຂອງນາງ ​ນັກ​ບິນ​ຊາວ​ຝຶກ​ຫັດ​ໄດ້ຮັບ​ການ​ບັນ​ທຶກ​ເປັນ​ການ​ອຸດ​ຕັນ​ຂອງ​ເສັ້ນ​ເລືອດ​ໃນ​ສະຫມອງ​ໂດຍ​ການ​ຕິດ​ເຊື້ອ​ແບກ​ທີ​ເຣຍ​ທີ່​ມີ​ຊື່ staphylococcus aureus ແລະ​ ການ​ຖືກ​ແມງ​ກັດ​ທີ່​ໜ້າ​ຜາກ​ຍັງມີ​ສ່ວນ​ເຊັ່ນ​ກັນ

ຊົມຄລີບ

ທີ່ມາຂອງຂ່າວ: https://www.khaosod.co.th/around-the-world-news/news_7150130

Leave a Reply

Your email address will not be published. Required fields are marked *

Back to top button