ເຫັນພາບແບບນີ້ກະມີຄວາມສຸກດີເນາະ

ຄວາມຮັກທີ່ແທ້ຈີງ ແລະ ຍາວນານ ບໍ່ໄດ້ຂື້ນກັບງານແຕ່ງທີ່ຫລູລາ ຂື້ນກັບໃຈ 2 ຄົນ

,

ຖ້າແຕ່ງກັບຄົນຈົນຄືອ້າຍນ້ອງກະໄດ້ເຫັນງານແຕ່ງແບບນີ້ແລ, ນ້ອງຊິທົນຮັກກັບໄປຕະຫລອດຊີວິດບໍ່

ສຳຄັນກະຄື: ສູ້ຊີວິດຮ່ວມສຸກຮ່ວມທຸກນຳກັນຈົນແກ່ເຖົ້າຊົ່ວນິລັ່ນການ. ອະນາຄົດຂ້າງໜ້າອາດຈະກັບມາເຮັດແບບນີ້ເຊັ່ນເດີມ ເພາະຄ່າຄອງຊີບແພງແລະຄ່າເຊົ່າໂຕະຕັ່ງເຕັ້ນຖ້າສະເລ່ຍເກືອບໄດ້ໜູເປັນໂຕແລ້ວ.ເຮັດແບບລຽບງ່າຍແບບນີ້(ຝ່າຍຊາຍມັກ).

,

ແບບນີ້ກະດີຄືກັນ ແບບພໍພຽງມ່ວນຕາມພາສາບ້ານໆ ຮັກແພງສາມັກຄີກັນ ມີຫຍັງກະແບ່ງກັນກີນຊ່ວຍເຫຼືອເຊີງກັນແລະກັນ

ເຮັດແບບແຕ່ກີ້ແຕ່ກ່ອນບໍ່ເປືອງການຂ່າໄສ້ຈ່າຍຂ່າເສົ່າໂຕະເຕັ່ນຊົມເຊີຍນຳ

,

ເຫັນງານດອງໃນເມືອງຄູ່ມື້ນີ້ໂອເວີ ບໍ່ສົມປະເທດໂຕເອງ ຄັນວ່າດ້ອຍພັດທະນາພັດຄຽດຊິຕາຍ….55ຊາວຕ່າງຊາດເຫັນເຂົາວ່າແບບນີ້ໝົດທຸກຊາດງານດອງແບບເວີ້ໆບໍ່ແມ່ນສັນຍາລັກຂອງຄວາມຮັກແລະຮີດຄອງປະເພີ ມັນເປັນຄ່ານິຍົມບໍ່ສົມໂຕແບບທີ່ເຫັນນີ້ລະຄັກສຸດ

,

Leave a Reply

Your email address will not be published. Required fields are marked *

Back to top button