ຖະແຫຼງຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາຟື້ນຖາສໍາຄັນໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023, ຄັ້ງວັນທີ 30 ມັງກອນ 2023.

ທ່ານຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023;

ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 26 ມັງກອນ 2023. ກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023 ໄດ້ດໍາເນີນເປັນເວລາ 2 ວັນເຕັມ ໃນວັນທີ 30-31 ມັງກອນ 2023

ພາຍໃຕ້ການນໍາພາຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມ ຈໍານວນ 15 ທ່ານ; ຜ່ານການຄົ້ນຄວ້າພິຈາລະນາ,

ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຖີ່ຖ້ວນຂອງບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງ ຄືດັ່ງນີ້:

1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;

2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;

3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ;

4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ;

5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;

6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽບຮຽງ ກົດຫມາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາການສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX,

ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023- 2025, ຄົ້ນຄວ້າພິຈາລະນາບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນ ສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະ ຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.

ຂ່າວ: ຄຳໂຖ

Leave a Reply

Your email address will not be published. Required fields are marked *

Back to top button