ແຈ້ງການ ກ່ຽວກັບການຈຳຫນ່າຍພັນທະບັດ ງວດທີ 2

ແຈ້ງການ ກ່ຽວກັບການຈຳຫນ່າຍພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ຊຶ່ງຈະເລີ່ມອອກຈຳຫນ່າຍໃນວັນທີ 09 ມັງກອນ 2023 ນີ້.

ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ບົນພື້ນຖານໃຫ້ບັນລຸໄດ້ຄາດຫມາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ສະນັ້ນ, ໃນວັນທີ 09 ມັງກອນ 2023 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ຈະໄດ້ມີການສືບຕໍ່ອອກຈໍາຫນ່າຍພັນທະບັດ ທຫລ ສະກຸນເງິນ ກີບ ງວດທີ 2 ໃນວົງເງິນຈໍາຫນ່າຍ 1.000.000.000.000 ກີບ (ໜຶ່ງພັນຕື້ກີບ) ໂດຍຈະຈໍາຫນ່າຍຜ່ານທະນາຄານ ທຸລະກິດ 7 ແຫ່ງ:

I) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ;

2) ທະນາຄານ ພັດທະນາລາວ ຈໍາກັດ;

3) ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ;

4) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ;

5) ທະນາຄານ ຮ່ວມພັດທະນາ;

6). ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງ (ໄອຊີບີຊີ);

7) ທະນາຄານ ບີໄອຊີ ລາວ ຈໍາກັດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ.

,,

Leave a Reply

Your email address will not be published. Required fields are marked *

Back to top button