ສາລະວັນແຈ້ງການ! ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອກະກຽມໃຫ້ແກ່ການລ໋ອກດາວຂັ້ນສູງ

ສາລະວັນແຈ້ງການ! ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອກະກຽມໃຫ້ແກ່ການລ໋ອກດາວຂັ້ນສູງ

ຫ້ອງວ່າການແຂວງສາລະວັນ, ຂໍຖືເປັນກຽດແຈ້ງ ມາຍັງທ່ານຊາບດັ່ງນີ້: ເນື່ອງຈາກວ່າ ມາຮອດປັດຈຸບັນນີ້ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ – 19 ຢູ່ແຂວງສາລະວັນ ມີທ່າອ່ຽງຮຸນເເຮ ງຂຶ້ນ

ໂດຍສະເພາະການລະບາດໃນຊຸມຊົນ, ສະນັ້ນ, ເພື່ອຮັບປະກັນໃຫ້ການດໍາລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນ ໃນໄລຍະທີ່ຈະມີການລອ໋ກດາວ ຂັ້ນສູງ

ແຂວງສາລະວັນ:

1. ໃຫ້ບັນດາເມືອງ, ພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງ ແຈ້ງພະນັກງານ – ລັດຖະກອນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກະກຽມຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອແຮໄວ້ນຳໃຊ້ໃນຊ່ວງໄລຍະການລ໋ອກດາວແຂວງຂັ້ນສູງ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 10 ໃນຊຸມຊົນ ຢູ່ແຂວງສາລະວັນ.

2. ຫ້າມຊາວຄ້າ – ຂາຍ ສວຍໂອກາດກັກຕຸນສິນຄ້າ ຫຼື ຂື້ນລາຄາສີນຄ້າ ໃນຊ່ວງໄລຍະນີ້ ຢ່າງເດັດຂາດ, ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ລົງຕິດຕາມ, ຖ້າຜູ້ໃດຜ່າຜືນແມ່ນໃຫ້ປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດ.

3. ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄົ້ນຄວ້າສະໜອງແນວພັນ, ແນະນຳໃຫ້ປະຊາຊົນຫັນມາປູກຝັງ – ລ້ຽງສັດກຸ້ມຕົນເອງໃຫ້ຫຼາຍຂຶ້ນໃນໄລຍະລ໋ອກດາວ.

Leave a Reply

Your email address will not be published. Required fields are marked *

Back to top button