ຕອບປະເດັນສັງຄົມ ກໍລະນີບ້ວງເງິນທີ່ໄດ້ຈາກການປັບໃໝຕໍ່ຜູ້ລະເມີດ

ຕະຫຼອດໄລຍະການລະບາດໂຄວິດ-19 ຢູ່ໃນລາວ ໂດຍສະເພາະຢູ່ນະຄອຫລວງວຽງຈັນ ຄະນະສະເພາະກິດໄດ້ມີມາດຕະການເຂັ້ມງວດ

ເພື່ອໃຫ້ທຸກຄົນໄດ້ປະຕິບັດເພື່ອເປັນສ່ວນໜຶ່ງໃນການປ້ອງກັນ, ຄຸມຄຸມ ແລະ ແກ້ໄຂການລະບາດໂຄວິດ ເຊິ່ງມາດຕະການເດັດຂາດຢ່າງໜຶ່ງກໍຄືການປັບໃໝໃສ່ໂທດຕໍ່ຜູ້ລະເມີດ ໃນໄລຍະທຳອິດແມ່ນການສຶກສາອົບຮົມກ່າວເຕືອນ,

ແຕ່ກໍຍັງມີຜູ້ຝ່າຝືນຈຶ່ງໄດ້ມີການອອກມາດຕະການປັບໃໝ ຕໍ່ຜູ້ລະເມີດ ຫຼື ໃຊ້ບໍລິການ 500.000-3.000.000 ກີບ/ຄັ້ງ/ຄົນ ແລະ ເຈົ້າຂອງກິດຈະການທີ່ລະເມີດ 5.000.000 -10.000.000 ກີບ/ຄັ້ງ/ຄົນ.

This image has an empty alt attribute; its file name is img_0313.jpg

ພາຍຫຼັງອອກມາດຕະການປັບໃໝມາກໍໄດ້ມີການນຳສະເໜີຂ່າວການປະຕິບັດຂອງເຈົ້າໜ້າທີ່ຢ່າງຈິງຈັງໂດຍບໍ່ມີຂໍ້ຍົກເວັ້ນ.

This image has an empty alt attribute; its file name is img_0290-1024x576.jpg

ແນ່ນອນ, ເມື່ອມີມາດຕະການປັບໃໝອອກມາສັງຄົມຈຶ່ງສົນໃຈຢາກຮູ້ຕື່ມເງິນທີ່ປັບໃໝຕໍ່ຜູ້ລະເມີດນັ້ນເອົາໄປໃຊ້ຈ່າຍຄືແນວໃດ? ແລະ ຜູ້ລະເມີດນັ້ນເຮັດແນວໃດຕໍ່ ດັ່ງນີ້ເປັນຕົ້ນ.

ຕໍ່ບັນຫາດັ່ງກ່າວນີ້, ທ່ານ ພັນໂທ ແສງທອງ ເກື້ອບຸນລໍ້າຮອງຫົວໜ້າກອງບັນຊາການ ປກສ ນວ ໃຫ້ສຳພາດຕໍ່ໂທລະພາບນະຄອນຫລວງວັນທີ 10 ກັນຍາ 2021 ນີ້ວ່າ:

This image has an empty alt attribute; its file name is img_9900-1024x576.jpg

ເງິນທີ່ໄດ້ຈາກການປັບໃໝ ແມ່ນນຳໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ 60% ຂອງເງິນທີ່ໄດ້ມາຈ່າຍຄ່າອຸປະກອນຮັບໃຊ້ວຽກງານ, ລວມທັງຄ່າຢູ່ຄ່າກິນຂອງອ້າຍນ້ອງຜູ້ເຮັດວຽກ ແລະ 40% ແມ່ນມອບເຂົ້າງົບປະມານຂອງລັດ.

ສຳລັບຜູ້ທີ່ຖືກປັບໃໝ ແລະ ລະເມີດມາດຕະການນັ້ນຈະຖືກນຳໄປກັກບໍລິເວນ 14 ວັນ ໂດຍໃຫ້ຈ່າຍຄ່າໃຊ້ຈ່າຍເອງທັງໝົດ, ຖ້າຫາກກັກບໍລິເວນໃນສະຖານທີ່ຜູ້ໃຫ້ອຳນວຍຄວາມສະດວກໃນການຊຸມແຊວ ແມ່ນໃຫ້ຜູ້ເຈົ້າຂອງສະຖານທີ່ ຫຼື ເຈົ້າຂອງກິດຈະການຈ່າຍທັງໝົດ ແລະ ຫາກເກັບຕົວຢ່າງແລ້ວມີເຊື້ອໂຄວິດກໍຈະຖືກດຳເນີນຄະດີໃນຂໍ້ຫາແພ່ເຊື້ອພະຍາດຮ້າຍແຮງໃສ່ຜູ້ອື່ນໂດຍເຈຕະນາ.

This image has an empty alt attribute; its file name is img_9910-1-1024x576.jpg

ນອກຈາກນີ້ ທ່ານຍັງເນັ້າຕື່ມວ່າ ຫາກພົບເຫັນການລະເມີດມາດຕະການທີ່ໄດ້ກຳນົດໄວ້ໃນແຈ້ງການ ສນຍ ແລະ ຄຳສັ່ງເຈົ້າ ແມ່ນຈະໃຊ້ມາດຕະການປັບໃໝ ແລະ ດຳເນີນຄະດີ ໂດຍຂ້າມຂັ້ນຕອນການກ່າວເຕືອນ ແລະ ສຶກສາອົບຮົມ ເພາະວ່າທຸກຄົນຊາບກັນດີຢູ່ແລ້ວ.

Leave a Reply

Your email address will not be published. Required fields are marked *

Back to top button