ລ່າສຸດ!..ແຈ້ງການຍົກເລີກການເກັບເງິນປະກອບສ່ວນ ຈັດບຸນຜີຕາໂຂນ

ເຈົ້າເມືອງປາກລາຍ ອອກແຈ້ງການຍົກເລີກ ການເກັບເງິນປະກອບສ່ວນ ຈັດບຸນຜີຕາໂຂນ ແລ້ວ! ຊົມເຊີຍ

..​

ເລື່ອງ: ລົບລ້າງແຈ້ງການ ສະບັບເລກທີ 27/ຈມ.ປລ, ລົງວັນທີ 28 ກຸມພາ 2023ກ່ຽວ ກັບການປະກອບສ່ວນທຶນສົມທົບການຈັດງານເທດສະການບຸນຜີໂຂນປະຈໍາປີ 2023 ຂອງພະນັກງານ, ທະຫານ, ຕໍາຫຼວດ.

ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນແຫ່ງ ສ ປ ປ ລາວ ສະບັບເລກທີ 68/ສພຊ, ລົງວັນ ທີ 14 ທັນວາ 2015, ພາກທີ IV, ຫມວດທີ IV ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ເຈົ້າເມືອງ. ອີງຕາມ ການຕົກລົງເປັນເອກະພາບໃນຄະນະປະຈໍາພັກເມືອງ ຄັ້ງວັນທີ 1 ມີນາ 2023.

ເຈົ້າເມືອງປາກລາຍຂໍຖືເປັນກຽດແຈ້ງມາຍັງຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງ ການ, ອົງການ, ກົມກອງ ຊາບວ່າ: ປະຕິບັດຕາມຮີດຄອງປະເພນີທີ່ເຄີຍຈັດບຸນຜີໂຂນປະຈໍາແຕ່ລະປີຜ່ານມາ ຫຼາຍເຊັ່ນຄົນ,

ມາຮອດປີ 2018 ອົງການປົກຄອງເມືອງປາກລາຍໄດ້ຕົກລົງຍົກລະດັບມາເປັນງານເທດສະການບຸນ ຜີໂຂນ ແລະ ໄດ້ກໍານົດການຈັດງານເປັນ 5 ວັນ ແລະ ມີ 7 ກິດຈະກໍາໃນງານບຸນ ເຮັດໃຫ້ມີຄວາມຕ້ອງການ ງົບປະມານຮັບໃຊ້ຈໍານວນຫຼາຍ,

ຍ້ອນຄວາມຕ້ອງການຄືດັ່ງກ່າວນັ້ນຄະນະປະຈໍາພັກເມືອງຈຶ່ງໄດ້ຄົ້ນຄ້ວາ ງົບປະມານປະກອບເຂົ້າໃນງານບຸນດັ່ງກ່າວ ແລະ ໄດ້ຕົກລົງໃຫ້ມີການປະກອບສ່ວນທຶນຈາກພະນັກງານ, ທະຫານ, ຕໍາຫຼວດ ຈຶ່ງໄດ້ແຈ້ງການເຖິງແຕ່ລະພາກສ່ວນ,

ເມື່ອແຈ້ງແລ້ວຍັງບໍ່ທັນມີພາກສ່ວນໃດໄດ້ມາມອບໃຫ້ເມືອງ, ແຕ່ ຜ່ານການຄົ້ນຄ້ວາຕົວຈິງຂອງຄະນະປະຈໍາພັກເມືອງ ແລະ ທຽບໃສ່ນິຕິກໍາທີ່ກ່ຽວຂ້ອງແລ້ວຍັງບໍ່ທັນສອດຄ່ອງ ຈຶ່ງ ຕົກລົງເຫັນດີໃຫ້ໂຈະການປະກອບສ່ວນທຶນສົມທົບການຈັດງານເທດສະການບຸນຜີໂຂນປະຈໍາປີ 2023,

ອີກດ້ານ ຫນຶ່ງກໍ່ເພື່ອປະຕິບັດຕາມມາດຕະການປະຍັດມັດທະຍັດຕໍ່ກິດຈະກໍາຕ່າງໆທີ່ຈັດຂື້ນຢູ່ພາຍໃນເມືອງ.

ດັ່ງນັ້ນ, ຈຶ່ງແຈ້ງການລົບລ້າງ ແຈ້ງການສະບັບເລກທີ 297/ຈມ.ປລ, ລົງວັນທີ 28 ກຸມພາ 2023.

ລາຍລະອຽດແຈ້ງການ

Leave a Reply

Your email address will not be published. Required fields are marked *

Back to top button