ມາດາມ ໂບ ໂພສ..!!! ສືກແຫ່ງສັກສີ ຖ້າ ທີມ​ຊາດ​ລາວ​ ຊະນະທີມຊາດໄທ ຂ້ອຍ ໃຫ້​ 40 ລ້ານກີບເດີ້

ຈາກໂພສ Boa Phijika ໄດ້ໂພສໃນວັນທີ 23/2/2022 ວ່າ:

ຖ້າ ທີມ​ຊາດ​ລາວ​ ຊະນະທີມຊາດໄທຂ້ອຍ ໃຫ້​40 ລ້ານກີບເດີ້!!!!! ສືກແຫ່ງສັກສີມອບຄວາມສຸກໃຫ້ພວກເຮົາ ຂໍໃຫ້ລາວຊະນະ

..

ການປະກົບຄູ່ ຮອບຮອງຊະນະເລີດ ອອກມາແລ້ວ 🇱🇦 ລາວ vs ໄທ 🇹🇭 ທ່ານຄິດວ່າ ທີມໃດຈະຊະນະ ???ວັນທີ 24/02/2022ເວລາ 16:00 ມາເຊຍກັນ !ທີມຊາດລາວ ຈະພົບກັບ ທີມຊາດໄທ ຮອບຮອງຊະນະເລີດ

ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ທີ່ປະເທດກຳປູເຈຍ.ພາຍຫລັງທີມຊາດໄທ ລົງຫລິ້ນນັດສຸດທ້າຍຂອງ ກຸ່ມ ຊີ ໃນວັນທີ 22 ກຸມພານີ້ ເສຍໃຫ້ ທີມຊາດຫວຽດນາມ 0-1.​

ເຮັດໃຫ້ ຫວຽດນາມ ຊະນະ 2 ນັດຄື: ນັດທີ 1 ຊະນະ ສິງກະໂປ 7-0 ເປັນໄດ້ອັນດັບ 1 ຂອງກຸ່ມ ເຂົ້າຮອບ ພົບກັບ ຕີມໍເລັສເຕ້ ທີ 1 ຂອງກຸ່ມ ເອ.ສ່ວນ ທີມຊາດໄທ ຊະນະ 1 ເສຍ 1 ນັດທີ 1 ຊະນະ ສິງກະໂປ 3-1 ໄດ້ອັນດັບ 2.​

ແຂ່ງ 2 ນັດ ມີ 3 ຄະແນນ ປະຕູໄດ້ເສຍ ໄດ້ 3 ເສຍ 2 ດີກວ່າ ເຈົ້າພາບ ກຳປູເຈຍ ທີ 2 ຂອງກຸ່ມ ເອ ມີ 3 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍໜ້ອຍກວ່າ ເຮັດໃຫ້ເຈົ້າພາບ​ ກຳປູເຈຍຕົກຮອບ.

ການແຂ່ງຂັນຮອບຮອງຊະນະເລີດຈະມີຂຶ້ນໃນວັນທີ 24 ກຸມພາ​ 2022​ ຄູ່ທີ 1 ທີມຊາດລາວ ພົບ ທີມຊາດໄທ ເວລາ 16:00​ ໂມງ.ຄູ່ທີ 2 ຕີມໍເລັສເຕ້ ພົບ ຫວຽດນາມ ເວລາ 19:30​ ໂມງ.

Cr: fm 90.0

Leave a Reply

Your email address will not be published. Required fields are marked *

Back to top button