ແຊຊ່ວຍແນ່!..ແຈ້ງດ່ວນ ປະກາດຫາເຈົ້າຂອງລົດ

ແຈ້ງການ ເຖິງ: ພໍ່ແມ່ປະຊາຊົນບັນດາເຜົ່າ,ພະນັກງານ, ທະຫານ, ຕໍາຫຼວດ,ບໍລິສັດ ແລະ ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວແຂວງບໍ່ແກ້ວ ແລະ ຕ່າງແຂວງທີ່ນັບຖື

ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຂໍຖືເປັນກຽດແຈ້ງ ພໍ່ແມ່ປະຊາຊົນບັນດາເຜົ່າ,ພະນັກງານ,ທະຫານ, ຕໍາຫຼວດ, ບໍລິສັດ ແລະ ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວແຂວງ ບໍ່ແກ້ວ ແລະ ຕ່າງແຂວງຊາບວ່າ: ໃນຄັ້ງວັນທີ່ 23.06.2021..

ທາງເຈົ້າຫນ້າທີ່ ປກສ ແຂວງ ບໍ່ແກ້ວ ໄດ້ກວດພົບເຫັນລົດ ຮຸນໄດ ປ້າຍທະບຽນ 6014 ກໍາແພງນະຄອນ,ທີ່ຈອດໄວ້ຢູ່ ແຄມທາງ ເຂດບ້ານ ວຽງໃຫມ່, ເມືອງ ຫ້ວຍຊາຍ,ແຂວງ ບໍ່ແກ້ວ ແຕ່ບໍ່ເຫັນຜູ້ຂັບຂີ່ເຈົ້າຂອງລົດ,

ຈາກນັ້ນທາງເຈົ້າຫນ້າທີ່ ຕໍາຫຼວດຈິ່ງໄດ້ນໍາເອົາລົດຄັນດັ່ງກ່າວ ມາປົກປັກຮັກສາໄວ້ຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ,ປະຈຸບັນຍັງບໍ່ທັນມີ ບຸກຄົນໃດ,ບໍລິສັດໃດມາພົວພັນເອົາ,

ດັ່ງນັ້ນຈິ່ງແຈ້ງ ພໍ່ແມ່ປະຊາຊົນບັນດາເຜົ່າ,ພະນັກງານ,ທະຫານ,ຕໍາຫຼວດ,ບໍລິສັດ ແລະ ພໍ່ຄ້າ-ຊາວຂາຍ ໃຫ້ນໍາເອົາເອກະສານລົດມາຢັ້ງຢືນນໍາເຈົ້າຫນ້າທີ່ ປກສ ແຂວງ ບໍ່ແກ້ວ ຕາມໂມງລັດຖະການ ເຊິ່ງ ກໍານົດເວລາ 30 ວັນ ເລີ່ມແຕ່ວັນທີ 22-8-2022

ຫາວັນທີ.22-9-2022 ຖ້າກາຍກໍານົດເວລາແມ່ນ ສະຫຼະສິດ,ສ່ວນລົດຄັນດັ່ງກ່າວ ຈະຖືກຮິບເປັນຂອງລັດ.

ດັ່ງນັ້ນ: ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈິ່ງອອກແຈ້ງການສະບັບມາຍັງ ພໍ່ແມ່ປະຊາຊົນບັນດາເຜົ່າ. ພະນັກງານ,ທະຫານ,ຕໍາຫຼວດ,ບໍລິສັດ ແລະ ພໍ່ຄ້າ – ຊາວຂາຍ ໃນຂອບເຂດທົ່ວແຂວງ ບໍ່ແກ້ວ ແລະ ຕ່າງແຂວງ ເພື່ອ ຮັບຊາບ.

Leave a Reply

Your email address will not be published. Required fields are marked *

Back to top button