ອອກມາຊີ້ແຈງແລ້ວ!..ເຫດການລົດນໍ້າມັນຂົນຢາບ້າ 4 ລ້ານເມັດໄປໄທ

ອອກມາຊີ້ແຈງແລ້ວ! ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ຕໍ່ເຫດການລົດນໍ້າມັນຂົນຢາບ້າ4ລ້ານເມັດໄປໄທ ທາງບໍລິສັດ ມີຈຸດປະສົງ ແຈ້ງມາຍັງທຸກພາກສ່ວນຊາບວ່າ:

,

ເຫດການທີ່ເກີດຂື້ນໃນວັນທີ 23 ພະຈິກ 2022 ເວລາ 09:15 ນາທີລົດບັນທຸກນໍ້າມັນເຊື້ອໄຟເປົ່າ (ລົດໄທ)

,

ທີ່ຖືກເຈົ້າໜ້າທີ່ ການພົມແດນຂົວມິດຕະພາບລາວ-ໄທ ແຫ່ງທີ I (ລາດຊະອານາຈັກໄທ) ຈັບກຸມດຳເນີນຄະດີ ຂໍ້ຫາ ຂົນສົ່ງ ແລະ ເຄື່ອນຍ້າຍ ຢາເສບຕິດທີ່ຜິດກົດໝາຍ, ໃນລົດບັນທຸກຂົນສົ່ງນໍ້າມັນເຊື້ອໄຟ ທີ່ມີໂລໂກ້ຂອງ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ

,

ຕິດຢູ່ ເນື່ອງຈາກວ່າ ບໍລິສັດຂົນສົ່ງທຸກໆບໍລິສັດ ທີ່ມີສັນຍາ ຂົນສົ່ງນໍ້າມັນເຊື້ອໄຟ ຮ່ວມກັບ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພວກເຮົາຈະໃຫ້ຕິດໂລໂກ້ ຂອງບໍລິສັດ ເພື່ອຄວາມສະດວກ ໃນການເຂົ້າໂຫຼດນໍ້າມັນເຊື້ອໄຟ

ໃນແຕ່ລະຄັ້ງໃນແຕ່ລະໂຮ່ງກັນ ແລະ ເພື່ອ ຄວາມສະດວກ ໃນການຕິດຕາມລົດຂົນສົ່ງໃນເວລາເຂົ້າ – ອອກຈາກດ່ານມາຫາສາງຂອງພວກເຮົາໃນສັນຍາ

.

ຂົນສົ່ງນໍ້າມັນເຊື້ອໄຟກໍໄດ້ລະບຸຊັດເຈນ ໃນຄວາມຮັບຜິດຊອບຕໍ່ສິ່ງທີ່ຜິດກົດໝາຍຂອງ ສປປ ລາວ ແລະ ລາຊະອານາຈັກໄທ ຈາກເຫດການທີ່ເກີດຂື້ນ ແລະ ຖືກເຜີຍແຜ່ຜ່ານສື່ອອນລາຍ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ຂໍຊີ້ແຈ້ງວ່າ ບໍລິສັດຂອງພວກເຮົາ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆຕໍ່ກັບເຫດການດັ່ງກ່າວ.

,

Leave a Reply

Your email address will not be published. Required fields are marked *

Back to top button