ຂ່າວດີ !!! ຈັດກອງປະຊຸມປຶກສາຫາລືຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ຂຶ້ນ

ຂ່າວດີ !!! ສູນກາງສະຫະພັນກຳມະການລາວ ໄດ້ຈັດກອງປະຊຸມປຶກສາຫາລືຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ຂຶ້ນ

ໃນວັນທີ 4 ຕຸລາ 2021 ເປັນກຽດເຂົ້າຮ່ວມໂດຍທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີຜູ້ຕາງຫນ້າຈາກຄະນະກົມ, ຫ້ອງການ ແລະ ສະຖາບັນພັດທະນາກຳມະບານລາວ ພ້ອມດ້ວຍຄະນະກຳມະການປັບປຸງຄ່າແຮງງານຂັ້ນຕ່ຳ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບ ແລະ ຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ ພ້ອມທັງຮັບຟັງການລາຍງານວິທີ່ ແລະ ຂັ້ນຕ່ອນຂອງການປັບປຸງຄ່າແຮງງານຂັ້ນຕ່ຳສຸດໃນໄລຍະຜ່ານມາ, ຮ່າງແຜນກິດຈະກຳໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດຂອງສູນກາງສະຫະພັນກຳມະບານລາວ.

ຄ່າແຮງງານຂັ້ນຕ່ຳສຸດ ແມ່ນເງິນເດືອນ ຫລື ຄ່າແຮງງານຂັ້ນຕ່ຳສຸດທີ່ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍໃຫ້ຜູ້ອອກແຮງງານ ທີ່ເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງິນອື່ນໆເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ,

ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບ-ສົ່ງ ມາວຽກ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວຫນ່ວຍແຮງງານເຂົ້ານຳ.

ໃນກອງປະຊຸມໄດ້ມີການປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຈາກນັ້ນຈະໄດ້ນຳສະເຫນີຕໍ່ກອງປະຊຸມຄະນະກຳມະການສາມຝ່າຍໃນຂັ້ນຕອນຕໍ່ໄປ.

ໃນກອງປະຊຸມໄດ້ມີການປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຈາກນັ້ນຈະໄດ້ນຳສະເຫນີຕໍ່ກອງປະຊຸມຄະນະກຳມະການສາມຝ່າຍໃນຂັ້ນຕອນຕໍ່ໄປ.

Leave a Reply

Your email address will not be published. Required fields are marked *

Back to top button