ເສົ້າສະຫຼົດໃຈ!..ສະແດງຄວາມເສຍໃຈເດີ້

ເສົ້າສະຫຼົດໃຈເຄື່ອງປັ່ນເຂົ້າຕັດຄໍເມຍຂາດເສຍຊີວິດຄາທີ່

ວັນທີ 20 ພະຈິກ 2022 ເວລາປະມານ 16:00 ໂມງ ທີ່ແຂວງອຸດອນ ປະເທດໄທ ເກີດເຫດລົດປັ່ນເຂົ້າເປືອກ ປັ່ນຄໍຂາດເສຍຊີວິດ ຂະນະທີ່ຢືນຈັບຖົງປຸ໋ຍຮອງເອົາເຂົ້າຈາກເຄື່ອງປັ່ນທາງດ້ານຫຼັງລົດ.

ພາຍຫຼັງທີ່ເຈົ້າໜ້າທີ່ເຂົ້າໄປທີ່ເກີດເຫດກໍພົບຜູ້ເສຍຊີວິດ ຊື່ນາງ ນິຕະຍາ ອາຍຸ 39 ປີ  ນອນຫງາຍຄໍຂາດເສຍຊີວິດ ແລະ ຜູ້ເປັນສາມີໄດ້ກອດລາວຢູ່ ພ້ອມກັບເສຍໃຈທີ່ສູນເສຍພັນລະຍາ ແລະ ຍັງມີພີ່ນ້ອງອີກ 2 ຄົນຢູ່ໃນບ່ອນເກີດເຫດ.

ໂດຍຜູ້ທີ່ເປັນພີ່ນ້ອງຊື່ ທ້າວ ຖະວັດໄຊ ຢູ່ໃນບ່ອນເກີດເຫດໄດ້ເລົ່າວ່າ ຂະນະທີ່ເກີດເຫດນັ້ນ ຕົນເອງໄດ້ຢູ່ດ້ານໜ້າຂອງລົດປັ່ນເຂົ້າ ແລະ ກຳລັງເຕີມນ້ຳໃສ່ໝໍ້ນ້ຳລົດ

ເພາະຢ້ານໝໍ້ນ້ຳແຫ້ງ ແລ້ວໄດ້ຍິນສຽງເຈົ້າຂອງນາຮ້ອງບອກໃຫ້ຢຸດເຄື່ອງປັ່ນເຂົ້າ ຈາກນັ້ນຕົນກໍຮີບມອດເຄື່ອງ ໂດຍຕອນທຳອິດຄິດວ່າລົດເພ ຫຼັງຈາກທີ່ໄດ້ເຫັນຜູ້ເສຍຊີວິດຖືກປັ່ນຄໍຂາດກໍຮູ້ສຶກຕົກໃຈ ແລະ ເຫັນສາມີນອນກອດສົບຮ້ອງໄຫ້ ແລະ ມີພີ່ນ້ອງທີ່ຢືນຈັບຖົງປຸ໋ຍນຳກັນກໍເປັນລົມ.

ສາເຫດການເສຍຊີວິດແມ່ນມາຈາກ ຜູ້ເສຍຊີວິດໄດ້ເອົາຜ້າຂາວມ້າມາໃຊ້ໂພກຫົວ ແລະ ພັນຄໍ ຖືກລົມພັດປິວເຂົ້າໄປແລ້ວເຄື່ອງປັ່ນເຂົ້າກໍດູດເອົາຫົວຜູ້ເສຍຊີວິດໄປນຳ ແລ້ວຖືກເຄື່ອງປັ່ນຕັດຄໍຂາດ.

ໃນເບື້ອງຕົ້ນ ທາງເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາຕໍ່ທ້າວ ຖະວັດໄຊ ຜູ້ທີ່ຄວບຄຸມເຄື່ອງປັ່ນເຂົ້າຢູ່ດ້ານໜ້າ ຖານກະທຳດ້ວຍຄວາມປະໝາດ ເປັນເຫດໃຫ້ຄົນອື່ນເສຍຊີວິດ ແລະ ຍັງຈະໄດ້ສືບສວນສອບສວນຕື່ມ ເພື່ອດຳເນີນໄປຕາມກົດໝາຍ.

,,

ກ່ອນເກີດເຫດຝັນເປັນລາງໃສ່ຊຸດຂາວກັບຄົນໃນຫມູ່ບ້ານຢູ່ບໍລິເວນວັດແຕ່ບໍ່ຮູ້ວ່າງານຫຍັງຫມູ່ຊວນໄປກີນເຂົ້າແລ້ວທັກວ່າຫມັ້ນກີນເຂົ້າບໍ່ໄດ້ກ່ອນສະດຸງຕື່ນຝັນເປັນລາງຮ້າຍກ່ອນຈັ່ງໃດກະເປັນຂະຕິເຕືອນໃຈໃຫ້ຊາວນາທັງຫລາຍລະມັດລະວັງເດີ

ເສຍໃຈນຳຄອບຄົວຜູ້ທີ່ສູນເສຍ ເຫດການນີ້ເກີດທີ່ໄປເທດໄທຈັງຫວັດອຸດອນມື້ວານນີ້

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button